ລາຍການສະແດງການຕຸກກະຕານ້ຳຫວຽດນາມຖືກສະແດງເປັນເທື່ອທຳອິດຢູ່ເຂດຕາເວັນອອກາງ

ລາຍການສະແດງການຕຸກກະຕານ້ຳຫວຽດນາມຖືກສະແດງເປັນເທື່ອທຳອິດຢູ່ເຂດຕາເວັນອອກາງ - ảnh 1
(ລາຍ​ການ​ສະ​ແ​ດງ​​ການຕຸກ​ກະ​ຕາ​ນ້ຳ​ຫວຽດ​ນາມ​
ຖືກ​ສະ​ແດງ​ເປັນ​ເທື່ອ​ທຳ​ອິດ​ຢູ່​ເຂດ​ຕາ​ເວັນ​ອອ​ກາງ)

(vovworld) - ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ຫວຽດ​ນາມ ແລະ ການ​ໜູນ​ຊ່ວຍ​ ​ຂອງ​ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ອີ​​ຢິບ, ວັນ​ທີ 12/05, ກົມ​ສະ​ແດງ​ສິ​ລ​ະ​ປະ​ສັງ​ກັດ​ກະ​ຊວງວັດ​ທະ​ນະ​ທຳ​ອີ​ຍິບ ໄດ້​ຈັດ​ລາຍ​ການ​ສະ​ແດງຕຸກ​ກະ​ຕາ​ນ້ຳ​ຫວຽດ​ນາມ ຕາມ​ຮູບ​ແບບ​ອີ​ຢິບ ເປັນ​ເທື່ອ​ທຳ​ອິດ​ຢູ່​ເຂດ​ຕາ​ເວັນ​ອອ​ກາງ ແລະ ໂລກ​ອາ​ຣັບ. ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ມີ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ອີ​ຢິບ Helmy El Namnam ແລະ ທ່ານ​ເ​ອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈ​ຳ​ອີ​ຢິບ​ ໂດ້​ຮ່​ວາງ​ລອງ. ເນື້ອ​ໃນ​ລາຍ​ການ​ສະ​ແດງ​ໄດ້​ເ​ລົ່​າ​ເລື່ອງ​ບູ​ຮານ​ຂອງ​ອີ​ຢິບ ​ຜ່ານ​ບັນ​ດາ​ສັດ​ມົງ​ຄຸນ ແລະ ຕົວ​ລະ​ຄອນ​ທີ່​ເປັນ​ສັນ​ຍາ​ລັກ​ໃນ​ເລື່ອງ​ລາວ​ບູ​ຮານ​ຂອງ​ອີ​ຢິບ, ເຊິ່ງໄດ້​ສະ​ແດງ​ອອກຢ່າງ​ມີ​ຊີ​ວິດ​ຊີ​ວາ​ດ້ວຍ​ສີ​ລະ​ປະ​ການ​ສະ​ແດງຕຸກ​ກະ​ຕາ​ນ້ຳ​​ຂອງຫວຽດ​ນາມ. ນັກ​ສິ​ລະ​ປິນ Mai Monab, ຜູ້​ແຕ່ງ​ບົດ​ລະ​ຄອນ, ຜູ້​ກຳ​ກັບ​ການ​ສະ​ແດງ ແລະ ເຂົ້າ​ຮ່ວມ​ການ​ສະ​ແດງ​ຕ​ຸກ​ກະ​ຕາ​ນຳ​້ ແບ່ງ​ປັນ​ວ່າ.

        “ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ​ຂອງ​ຫວຽດ​ນາມ ແມ່ນ​ຮູບ​ການສິ​ລະ​ປ​ະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ ແລະ ​ໄດ້​ສ້າງ​ຄວາມ​ເມົາ​ມົວ​ໃຫ້​ແກ່​ຂ້າ​ພະ​ເຂົ້າ. ຂ້າ​ພະ​ເຈົ້າ​ນິ​ຍົມ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເວົ້າ​ລວມ​ ແລະ ການ​ສະ​ແດງ​ຕ​ຸກ​ກະ​ຕາ​ນ້ຳ​ເວົ້າ​ສະ​ເພ​າະ ​ສິ່ງ​ດັ່ງ​ກ່າວ​ໄດ້​ພາ​ໃຫ້ຂ້າ​ພະ​ເຈົ້າ​ເຖິງ​​ຮູບ​ການ​ສິ​ລະ​ປະ. ຂ້າ​ພະ​ເຈົ້າ​ຫວັງ​ວ່​າ, ​ລະ​ຄອນ​ຕຸ​ກ​ກະ​ຕ​າ​ນ້ຳ​​ກ່ຽວ​ກັບ​ເລື່ອງ​ລາວບູ​ຮານ​ຂອງ​ອີ​ຢິບ ຈະ​ຖືກ​ສະ​ແດງນີ້​ຢູ່​ຫວຽດ​ນາມ ແລະ ຊາວ​ຫວຽດ​ນາມ ຈະ​ນິ​ຍົມ​ສິ່ງ​ດັ່ງ​ກ່າວ.”

ຂ່າວ/ບົດ​ອື່ນ