ລາຍການສະແດງສິລະປະຕ່າງໆຢູ່Festivalເຫ້ວດຶງດູດຜູ້ມາຊົມເປັນຈຳນວນຫລວງຫລາຍ

(VOVWORLD) -ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດ Festival ເຫ້ວ 2018, ວັນທີ 29 ເມສາ ໄດ້ດຳເນີນລາຍການສະແດງສິລະປະ “ສຽງດົນຕີບົນແມ່ນ້ຳເຮືອງ”, “Festival ກາບກອນເຫ້ວ”, “ບ້ານບູຮານຢູ່ເຫ້ວ”, “ງານບຸນຕາມທ້ອງຖະຫນົນ”, “ສີສັນວັດທະນະທຳ”

ລາຍການສະແດງສິລະປະຕ່າງໆຢູ່Festivalເຫ້ວດຶງດູດຜູ້ມາຊົມເປັນຈຳນວນຫລວງຫລາຍ - ảnh 1 ລາຍການສະແດງສິລະປະໃນໂອກາດFestivalເຫ້ວ

ການສຳມະນາ “ອາຫານການກິນພະລາດຊະວັງ - ອາຫານພື້ນເມືອງຂອງເຫ້ວ”, ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ “ ອາຫານການກິນພະລາດຊະວັງ, ອາຫານພື້ນເມືອງເຫ້ວ”. ແລະ ໃນວັນດຽວກັນ ກໍ່ໄດ້ດຳເນີນ 10 ເຫດການວັດທະນະທຳສິລະປະພົ້ນເດັ່ນໂດຍບັນດາກອງສິລະປະກອນຢູ່ພາຍໃນ ແລະ ຕ່າງປະເທດສະແດງ.

ກ່ອນຫນ້ານັ້ນ ໃນຕອນຄ່ຳວັນທີ 28 ເມສາ, ກອງສິລະປະກອນມາຈາກ ແບນຊິກ Wallonie Bruxelles ໄດ້ສະແດງລາຍການສິລະປະທີ່ເປັນເອກະລັກສະເພາະທີ່ມີຊື່ວ່າ: “ປາກພູເຂົາໄຟເລກທີ 6899” ດ້ວຍຮູບພາບ ແລະ ນ້ຳສຽງທີ່ຈັບອົກຈັບໃຈ. ໃນຂະນະນັ້ນ  ຢູ່ເວທີສະແດງໃນສວນສາທາລະນະຕືເຕື້ອງ, ນັກທ່ອງທ່ຽວຍັງໄດ້ຊົມບັນດາລາຍການສະແດງສິລະປະຂອງກອງສິລະປະກອນມາຈາກ ສເກົາຫລີ.

ໃນວັນດຽວກັນ ບັນດາຕະຫລາດນັດເຂດບ້ານນາກໍ່ໄດ້ຈັດຂຶ້ນ ຢູ່ ຂົວແທງຕວານທີ່ເກົ່າແກ່ ໄດ້ດຶງດູດຜູ້ມາຊົມເປັນຈຳນວນຫລວງຫລາຍ ຜ່ານບັນດາເຍື່ອງອາຫານພື້ນເມືອງ, ການລະຫລິ້ນພື້ນເມືອງ, ບຸນຊ່ວງເຮືອທີ່ເປັນມູນເຊື້ອ… ນອກນັ້ນຍັງຈັດໃຫ້ມີຫລາຍລາຍການຮ້ອງລຳທຳເພງ, ອ່ານບົດກາບກອນ, ຂັບເພງພື້ນເມືອງ, ຂັບຈ່ອຍ, ລາຍການໄປຢ້ຽມຢາມບັນດາປູຊະນີຍະສະຖານວັດທະນະທຳດີເດັ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ