ລາຍການສະແດງສິລະປະພິເສດ “ເດືອນພຶດສະພາຮູ້ບຸນຄຸນປະທານໂຮ່ຈິມິນ”

(VOVWORLD) -ຜ່ານ 11 ປີແຫ່ງການຈັດຕັ້ງ, ຜ່ານບັນດາລາຍການໃນແຕ່ລະຄັ້ງ, ຄະນະຈັດຕັ້ງໄດ້ສະຫງວນຈຳນວນເງິນ 25 ຕື້ດົ່ງເພື່ອເຮັດການກຸສົນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19 ພຶດສະພາ 1890 – 19 ພຶດສະພາ 2019); 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ (1969 – 2019) ແລະ ເດືອນກະທຳເພື່ອເດັກນ້ອຍ 2019, ໃນເວລາ 20 ໂມງ ວັນທີ 10 ພຶດສະພາ 2019, ຊ່ອງໂທລະພາບ VTC1 ຈະຖ່າຍທອດສົດລາຍການສະແດງສິລະປະ “ເດືອນພຶດສະພາຮູ້ບຸນຄຸນປະທານໂຮ່ຈິມິນ”. ລາຍການໄດ້ຮັບການຈັດຕັ້ງເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນ ແລະ ນ້ຳໃຈຕໍ່ປະທານໂຮ່ຈິມິນ ຜູ້ນຳແສນເຄົາລົບຮັກຂອງຊາດຫວຽດນາມ.

        ເປີດສາກລາຍການແມ່ນການສະແດງຊຸດເສື້ອຍາວດ້ວຍຫົວຂໍ້ວ່າ ຫອມກິ່ນດອກບົວ ຖະຫວາຍຕໍ່ລຸ່ງໂຮ່; ບັນດາລາຍການສະແດງສິລະປະແມ່ນເລື່ອງລາວທີ່ໄດ້ເລົ່າດ້ວຍກະວີ, ເພງ, ວາດພາບເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ ນັບແຕ່ເມື່ອໄປຊອກຫາເສັ້ນທາງກູ້ຊາດ ຮອດເວລາລ່ວງລັບໄປ, ຜ່ານບັນດາບົດເພງໄຊອັນອະມະຕະ.

        ຜ່ານ 11 ປີແຫ່ງການຈັດຕັ້ງ, ຜ່ານບັນດາລາຍການໃນແຕ່ລະຄັ້ງ, ຄະນະຈັດຕັ້ງໄດ້ສະຫງວນຈຳນວນເງິນ 25 ຕື້ດົ່ງເພື່ອເຮັດການກຸສົນ.

ຕອບກັບ

ຂ່າວ/ບົດ​ອື່ນ