ລາຍການເຊີດຊູ 19 ແບບຢ່າງດີເດັ່ນຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 07 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການເຊີດຊູແບບຢ່າງດີເດັ່ນຫວຽດນາມ ຄັ້ງທີ 15, ດ້ວຍຫົວຂໍ້ວ່າ “ແຂ່ງຂັນກັນປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ”, ຕິດພັນກັບພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ.

ລາຍການເຊີດຊູ 19 ແບບຢ່າງດີເດັ່ນຫວຽດນາມ - ảnh 1ລາຍການເຊີດຊູ 19 ແບບຢ່າງດີເດັ່ນຫວຽດນາມ

(ພາບ: laodong.vn)

ລາຍການໄດ້ເຊີດຊູ 12 ບຸກຄົນ ແລະ 7 ໝູ່ຄະນະ ທີ່ມີຫົວຄິດປະດິດສ້າງຫຼາຍຢ່າງ, ການນຳໃຊ້ເຕັກໂນໂລຊີ, ຜະລິດອອກບັນດາຜະລິດຕະພັນ, ການບໍລິການທີມີລັກສະນະບຸກທະລຸ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ… ກ່າວຄຳເຫັນທີິພິທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຊີ້ແຈ້ງວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ໝູ່ຄະນະ ແລະ ປະຊາຊົນ ຈະສືບຕໍ່ເອົາໃຈໃສ່, ພົບເຫັນ ແລະ ບຳລຸງສ້າງໃຫ້ນັບມື້ນັບມີບັນດາປັດໃຈໃໝ່, ບັນດາແບບຢ່າງກ້າວໜ້າ, ບັນດາແບບຢ່າງດີເດັ່ນໄດ້ຮັບການເຊີດຊູຫຼາຍກວ່າອີກ. ຜົນສຳເລັດຂອງຂະບວນການແຂ່ງຂັນຮັກຊາດໃນໝູ່ປະຊາຊົນທຸກຊັ້ນວັນນະ ແມ່ນພື້ນຖານສຳຄັນສ້າງກຳລັງແຮງຂອງຊົນຊາດຊົນເຜົ່າ, ກຳລັງແຮງຂອງປະເທດຊາດ, ເພື່ອໃຫ້ພວກເຮົາມີກຳລັງແຮງຢ່າງພຽງພໍບືນຕົວຂຶ້ນປະຕິບັດບັນດາເປົ້າໝາຍໃຫຍ່ຂອງປະເທດຊາດ, ຮອດປີ 2030 ຈະແມ່ນປະເທດມີລາຍຮັບປານກາງສູງ, ຮອດປີ 2045 ຈະແມ່ນປະເທດພັດທະນາຕາມກຳນົດທິດສັງຄົມນິຍົມ”.

        ບັນດາແບບຢ່າງດີເດັ່ນທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ມີຂົງເຂດ ການສຶກສາ, ເສດຖະກິດ, ກິລາ, ສາທະລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ