ລາວກາຍ ຈະຕ້ອນຮັບ ແຂກທ່ອງທ່ຽວໃນໂອກາດ ສະເຫຼີມສະຫຼອງ 110 ປີແຫ່ງວັນທ່ອງທ່ຽວ ຊາປາ

ລາວກາຍ ຈະຕ້ອນຮັບ ແຂກທ່ອງທ່ຽວໃນໂອກາດ ສະເຫຼີມສະຫຼອງ 110 ປີແຫ່ງວັນທ່ອງທ່ຽວ ຊາປາ - ảnh 1
(ຮັບຮ້ອງ​ທົ່ງ​ນາ​ຂັ້ນ​​ໄດ​ຊາ​ປາ ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດລະດັບຊາດ)

(vovworld) - ຕາມ​ແຜນການ​ແລ້ວ, ພິທີ​ສະ​ຫຼີມສະຫຼອງ 110 ປີ​ແຫ່ງ​ວັນ​ທ່ອງ​ທ່ຽວ​ຊາ​ປາ (ລາວ​ກາຍ) ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 8 ວັນ (​ແຕ່​ວັນ​ທີ 25 ຕຸລາ ຫາ 03 ພະຈິກ). ​ໃນ​ຈຸດ​ເວລາ​ນີ້, ລາວ​ກາຍ ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​​ເທື່ອ​ຄົນ, ບັນລຸ​ຄາດໝາຍ​ຕ້ອນຮັບນັກ​ທ່ອງ​ທ່ຽວ 1 ລ້ານ​ເທື່ອ​ຄົນ ​ເຊິ່ງນອນ​ໃນ​ແຜນການຂອງ​ຂະ​ແໜງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ລາວ​ກາຍ ວາງ​ອອກ ນັບ​ແຕ່​ຕົ້ນ​ປີ 2013. ​ເນື່ອງ​ໃນ​ໂອກາດ​ນີ້, ຊາ​ປາ ​ໄດ້​ຈັດ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວທີ່​ຮັບຮອງ​ທົ່ງ​ນາ​ຂັ້ນ​​ໄດ​ຊາ​ປາ ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດລະດັບຊາດ.

ຂ່າວ/ບົດ​ອື່ນ