ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ມາ​ເລ​ເຊຍ ​ມີ​ການເຕີບ​ໂຕ​ເປັນ​ໜ້າ​ຊື່ນ​ຊົມ

(VOVWORLD) - ຈາກລະດັບ 8 ຕື້ USD ໃນປີ 2015 ເພີ່ມຂຶ້ນເປັນ 14,2 ຕື້ USD ໃນປີ 2024, ຜ່ານນັ້ນ ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 18 ຕື້ USD ສູງກວ່າການຄາດຄະເນ. 
ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ມາ​ເລ​ເຊຍ ​ມີ​ການເຕີບ​ໂຕ​ເປັນ​ໜ້າ​ຊື່ນ​ຊົມ - ảnh 1ທ່ານ ເລຝູເກື່ອງ ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ມາເລເຊຍ  ແນະນຳກ່ຽວກັບບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງ ຫວຽດນາມ (ພາບ: TTXVN)

ໃນທົດສະວັດຜ່ານມາ, ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໄດ້ມີບາດກ້າວເຕີບໂຕຫຼາຍພໍສົມຄວນ, ຈາກລະດັບ 8 ຕື້ USD ໃນປີ 2015 ເພີ່ມຂຶ້ນເປັນ 14,2 ຕື້ USD ໃນປີ 2024, ຜ່ານນັ້ນ ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 18 ຕື້ USD ສູງກວ່າການຄາດຄະເນ. ການພົວພັນຍຸດທະສາດລະຫວ່າງສອງປະເທດໝັ້ນໝາຍຈະມີບາດກ້າວພັດທະນາແບບຍືນຍົງກວ່າໃນອະນາຄົດ.

        ນີ້ແມ່ນຂໍ້ມູນໂດຍທ່ານ ເລຝູເກື່ອງ ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ມາເລເຊຍ ເຜີຍໃຫ້ຮູ້ໃນການຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ອນການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແຕ່ວັນທີ 24 -  28 ພຶດສະພາ.


ຕອບກັບ

ຂ່າວ/ບົດ​ອື່ນ