ວົງເງິນການຄ້ານຳເຂົ້າ-ສົ່ງອອກ 4 ເດືອນຕົ້ນປີຄາດວ່າບັນລຸໄດ້ 156,8 ຕື້ USD

(VOVWORLD) - ຕາມຕົວເລກສະຖິຕິຂອງກົມໃຫຍ່ສະຖິຕິແລ້ວ, ໄລ່ລວມ 4 ເດືອນຕົ້ນປີ 2019, ຍອດວົງເງິນການຄ້າສົ່ງອອກ-ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າບັນລຸໄດ້ 156,8 ຕື້ USD. 

 ໃນນັ້ນ, ການສົ່ງອອກບັນລຸກ່ວາ 78,7 ຕື້ USD, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນປີ 2018; ການນຳເຂົ້າບັນລຸກ່ວາ 78 ຕື້ USD, ເພີ່ມຂຶ້ນ 10,4%. ຄວາມດຸ່ນດ່ຽງດ້ານການຄ້າສິນຄ້າໃນ 4 ເດືອນຕົ້ນປີດ້ວຍລະດັບສົ່ງອອກເກີນດຸ່ນຄາດວ່າບັນລຸໄດ້ 711 ລ້ານ USD.

ວົງເງິນການຄ້ານຳເຂົ້າ-ສົ່ງອອກ 4 ເດືອນຕົ້ນປີຄາດວ່າບັນລຸໄດ້ 156,8 ຕື້ USD - ảnh 1 (ພາບປະກອບ/ baohaiquan.vn

        ອາເມລິກາ ແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ; ອັນດັບທີ 2 ແມ່ນ ອີຢູ; ຖັດມາແມ່ນ ຈີນ, ອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ.

        ກ່ຽວກັບການນຳເຂົ້າ, ໃນ 4 ເດືອນຕົ້ນປີ ມີສິນຄ້ານຳເຂົ້າ 17 ປະເພດບັນລຸມູນຄ່າຫລາຍກ່ວາ 1 ຕື້ USD. ຈີນ ຍັງຄົງແມ່ນຕະຫລາດນຳເຂົ້າໃຫຍ່ສຸດຂອງ ຫວຽດນາມ; ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ອາຊຽນ, ຍີ່ປຸ່ນ, ອີຢູ, ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ