ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເພີ່ມຂຶ້ນ

ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເພີ່ມຂຶ້ນ - ảnh 1
ປຸງແຕ່ງສິນໃນນ້ຳເພື່ອສົ່ງອອກ
ພາບ:vietnamplus.vn


(vovworld) -  ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ໃຫ້​ຮູ້​ວ່າ: ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ໃນ 5 ​ເດືອນ​ຕົ້ນ​ປີ​ຄາດ​ວ່າ​ບັນລຸ​ເກືອ​ບ 11 ຕື້ USD, ​ເພີ່ມ​ຂຶ້ນ 10,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ. ປະລິມານ ​ແລະ ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ທຸກ​ປະ​ເພດ​ສິນຄ້າ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ພໍ​ສົມຄວນ. ​ໃນ​ນັ້ນ ວົງ​ເງິນ​ສົ່ງ​ອອກ​ກາ​​ເຟບັນລຸ​ເກືອ​ບ 1,8 ຕື້ USD , ສິນ​​ໃນ​ນ້ຳ ​ແມ່ນ 2,3 ຕື້USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ 5 ​ເດືອນ​ຜ່ານ​ມາ ທົ່ວ​ປະ​ເທດ​ລາຍ​ຈ່າຍ​ຈຳນວນ​ເງິນ​ 6,5 ຕຶ້ USD ​ເພື່ອ​ນຳ​ເຂົ້າ​ຝຸ່ນ​ເຄມີ, ຢາ​ປາບ​ສັດຕູ​ພືດ ​ແລະ ວັດຖຸ​ດິບ, ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້, ຫົວອາຫານ​ສັດລ້ຽງ ​ເພື່ອ​ຮັບ​ໃຊ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ