ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງປະຊາຊົນ ກວາງສີ (ປະເທດຈີນ) ເພີ່ມທະວີການຮ່ວມມືດ້ານວິຊາຊີບ

(VOVWORLD) - ວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບຄະນະຜູ້ແທນວິທະຍຸກະຈາຍສຽງປະຊາຊົນ ກວາງສີ (ປະເທດຈີນ) ໂດຍທ່ານນາງ ເຈິງກວາຍ, ຮອງຜູ້ອຳນວຍການໃຫຍ່, ເປັນຫົວໜ້າຄະນະ. 
ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງປະຊາຊົນ ກວາງສີ (ປະເທດຈີນ) ເພີ່ມທະວີການຮ່ວມມືດ້ານວິຊາຊີບ - ảnh 1ທ່ານນາງ ເຈິງກວາຍ ແລະ ທ່ານ ຫວູຫາຍ 

ທີ່ການເຮັດວຽກ, ການນຳ 2 ອົງການໄດ້ເຫັນດີເປັນເອກະສັນຕັ້ງໜ້າແລກປ່ຽນບັນດາຄະນະພະນັກງານ, ການນຳເພື່ອແນໃສ່ດຳເນີນການຕີລາຄາບັນດາການເຄື່ອນໄຫວຮ່ວມມື ແລະ ວາງອອກບັນດາແຜນການຮ່ວມມືໃໝ່, ເພີ່ມທະວີການແລກປ່ຽນຄະນະນັກຂ່າວເພື່ອຮ່ຳຮຽນເອົາບົດຮຽນວິຊາຊີບ ແລະ ວິຊາສະເພາະ, ຕັ້ງໜ້າແລກປ່ຽນບັນດາລາຍການ, ຫົວເລື່ອງສະເພາະ, ລາຍການກະຈາຍສຽງ, ໂທລະພາບທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມກັນນັ້ນ ຊຸກຍູ້ການເຄື່ອນໄຫວຮ່ວມມືໃນຂົງເຂດສື່ສານໃໝ່. ທີ່ການເຮັດວຽກ, ທ່ານນາງ ເຈິງກວາຍ ໄດ້ສະແດງຄວາມຫວັງຢາກຮ່ວມມືກັບ VOV ໃນບັນດາຂົງເຂດກະຈາຍສຽງ, ໂທລະພາບ ແລະ ສື່ເອເລັກໂຕນິກ. ຄຽງຄູ່ກັນນັ້ນ, ສົມທົບກັບ VOV  ແປ່ ແລະ ພາກຮູບເງົາເອກະສານ, ຮູບເງົາກະຕຸນ, ຮູບເງົາປະຫວັດສາດເພື່ອສາຍຢູ່ແຂວງ ກວາງສີ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ