ວັນທີ 13 ມັງກອນ, ຫວຽດນາມ ຢັ້ງຢືນມີ ກວ່າ 26.000 ຄົນຕິດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີໃນທົ່ວປະເທດມາຮອດປະຈຸບັນ ແມ່ນ 1.661.930 ຄົນ
ວັນທີ 13 ມັງກອນ, ຫວຽດນາມ ຢັ້ງຢືນມີ ກວ່າ 26.000 ຄົນຕິດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ: VOV

ແຕ່ເວລາ 16 ໂມງ ຂອງວັນທີ 12 ມັງກອນ ຮອດ 16 ໂມງຂອງວັນທີ 13 ມັງກອນ, ຫວຽດນາມ ກວດພົບມີ 16.725 ຄົນຕິດເຊື້ອໂຄວິດ 19 ລາຍໃຫມ່, ໃນນັ້ນມີ 25 ຄົນແມ່ນກັບມາຈາກຕ່າງປະເທດ ແລະ 16.700 ຄົນແມ່ນພາຍໃນປະເທດ (ເພີ່ມຂຶ້ນ 634 ຄົນເມື່ອທຽບໃສ່ມື້ກ່ອນ) ຢູ່ 63 ແຂວງ, ນະຄອນ (ມີ 10.822 ຄົນແມ່ນໃນວົງຄະນາຍາດ).

ຄົນເຈັບໄດ້ຮັບການປະກາດປິ່ນປົວຫາຍດີພາຍໃນມື້ ແມ່ນຈຳນວນ 26.031 ຄົນ, ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີໃນທົ່ວປະເທດມາຮອດປະຈຸບັນ ແມ່ນ 1.661.930 ຄົນ,ແລະ  ພາຍໃນມື້ ມີ 206 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ