ວັນທີ 17 ກຸມພາ: ຫວຽດນາມ ກວດພົບມີຜູ້ຕິດເຊື້ອໂຄວິດ 19 ລາຍໃຫມ່ອີກ 36.200 ຄົນ ຢູ່ 62 ແຂວງ, ນະຄອນ

(VOVWORLD) - ຕາມການສະຖິຕິທາງປະຕູຖານຂໍ້ມູນການສັກວັກຊິນ ໂຄວິດ 19 ແລ້ວ, ຮອດເວລາ 14 ໂມງ 30 ນາທີ ຂອງວັນທີ 17 ກຸມພາ ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ສັກວັກຊິນກັນໂຄວິດລວມທັງໝົດແມ່ນ 189.761.776 ໂດສ ແລ້ວ.

ວັນທີ 17 ກຸມພາ: ຫວຽດນາມ ກວດພົບມີຜູ້ຕິດເຊື້ອໂຄວິດ 19 ລາຍໃຫມ່ອີກ 36.200 ຄົນ ຢູ່ 62 ແຂວງ, ນະຄອນ - ảnh 1ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 19. ພາບ: VOV

ແຕ່ເວລາ 16 ໂມງຂອງວັນທີ 16 ກຸມພາ ຫາ 16 ໂມງຂອງວັນທີ 17 ກຸມພາ, ຫວຽດນາມ ກວດພົບມີ ຜູ້ຕິດເຊື້ອໂຄວິດ 19 ລາຍໃຫມ່ອີກ 36.200 ຄົນ, ໃນນັ້ນ ມີ 10 ຄົນແມ່ນກັບມາຈາກຕ່າງປະເທດ ແລະ 36.190 ຄົນແມ່ນຢູ່ພາຍໃນປະເທດ ( ເພີ່ມຂຶ້ນ 1.467 ຄົນເມື່ອທຽບໃສ່ມື້ກ່ອນນັ້ນ) ຢູ່ 62 ແຂວງ, ນະຄອນ (ມີ 25.345 ຄົນ ໃນເຂດຊຸມຊົນ). ພາຍໃນມື້ ມີ 90 ຄົນຖືກເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີພາຍໃນມື້ ແມ່ນ 5.810 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີແມ່ນ: 2.254.965 ຄົນ.

ຕາມການສະຖິຕິທາງປະຕູຖານຂໍ້ມູນການສັກວັກຊິນ ໂຄວິດ 19 ແລ້ວ, ຮອດເວລາ 14 ໂມງ 30 ນາທີ ຂອງວັນທີ 17 ກຸມພາ ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ສັກວັກຊິນກັນໂຄວິດລວມທັງໝົດແມ່ນ 189.761.776 ໂດສ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ