ວັນທີ 2 ບຸນເຕັດ, ບັນດາສູນການຄ້າ, ຮ້ານຂາຍເຄື່ອງໄດ້ເປີດປະຕູຮັບໃຊ້ປະຊາຊົນ

(VOVWORLD) -ຄວາມເລິ້ງເຄີຍຊື້ອາຫານໄວ້ກ່ອນໃນຍາມບຸນເຕັດຂອງຊາວຮ່າໂນ້ຍ ກໍ່ປ່ຽນແປງໄປນຳ, ບໍ່ຕ້ອງຊື້ໄວ້ກ່ອນຫຼາຍຄືເມື່ອກ່ອນນີ້ອີກ
ວັນທີ 2 ບຸນເຕັດ, ບັນດາສູນການຄ້າ, ຮ້ານຂາຍເຄື່ອງໄດ້ເປີດປະຕູຮັບໃຊ້ປະຊາຊົນ - ảnh 1(ພາບປະກອບ: TTXVN)

ຕອນເຊົ້າວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດ), ຢູ່ຮ່າໂນ້ຍ, ມີສູນການຄ້າ, ຮ້ານຂາຍເຄື່ອງຈຳນວນໜຶ່ງໄດ້ເປີດປະຕູດຳເນີນທຸລະກິດຮັບໃຊ້ຄວາມຕ້ອງການຊື້ຂາຍຂອງປະຊາຊົນ. ອ້າຍ ເຈິ່ນທຶ໊ກ, ຢູ່ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ, ໃຫ້ຮູ້ວ່າ.

          “ວັນທີ 02 ບຸນເຕັດ, ຂ້າພະເຈົ້າເຫັນວ່າ ຜັກ, ໝາກໄມ້, ອາຫານສົດໆຢ່າງຄົບຖ້ວນ; ມີປະຊາຊົນຫຼາຍຄົນໄດ້ມາຮ້ານຄ້າໃນມື້ນີ້. ຄວາມເລິ້ງເຄີຍຊື້ອາຫານໄວ້ກ່ອນໃນຍາມບຸນເຕັດຂອງຊາວຮ່າໂນ້ຍ ກໍ່ປ່ຽນແປງໄປນຳ, ບໍ່ຕ້ອງຊື້ໄວ້ກ່ອນຫຼາຍຄືເມື່ອກ່ອນນີ້ອີກ”.

          ມີບາງສູນການຄ້າ, ຮ້ານຄ້າໄດ້ເປີດປະຕູຍາມບຸນເຕັດ ເພື່ອຮັບໃຫ້ປະຊາຊົນ, ກໍ່ຄືນັກທ່ອງທ່ຽວມາທ່ຽວ. ໃນຕອນເຊົ້າວັນທີ 26 ມັງກອນ, ມີແມ່ຄ້າຊາວຂາຍຢູ່ຕະຫຼາດແຫ່ງຕ່າງໆຢູ່ຮ່າໂນ້ຍ ກໍ່ເລີ່ມຂາຍເຄື່ອງຄືນໃໝ່, ເປັນຕົ້ນແມ່ນຜັກຊະນິດຕ່າງໆ, ຊິ້ນ, ປາ.

ຕອບກັບ

ຂ່າວ/ບົດ​ອື່ນ