ວັນ​ທົ່ວ​ໂລກ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ: ກູ້​ເອົາ​ຊີ​ວິດ​ຂອງສັດ​ປ່າ ເພື່ອ​ຟື້ນ​ຟູ​ລະ​ບົບ​ຊີ​ວະ​ພາບ

(VOVWORLD) -ວັນທີ 3 ມີນາ ແມ່ນວັນສັດປ່າໂລກ ເພື່ອແນໃສ່ຈຸດປະສົງຍົກສູງສະຕິຄວາມຮັບຮູ້ຂອງມະຫາຊົນກ່ຽວກັບສັດປ່າ ແລະ ຟຶກສາຊາດ.
ວັນ​ທົ່ວ​ໂລກ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ: ກູ້​ເອົາ​ຊີ​ວິດ​ຂອງສັດ​ປ່າ ເພື່ອ​ຟື້ນ​ຟູ​ລະ​ບົບ​ຊີ​ວະ​ພາບ - ảnh 1ວັນທົ່ວໂລກອະນຸລັກຮັກສາສັດປ່າປີ 2022 ມີຫົວຂໍ້ “ກູ້ເອົາຊີວິດສັດປ່າ ເພື່ອຟື້ນຟູລະບົບຊີວະພາບ”  (ພາບ:baovemoitruong.org.vn)

ດ້ວຍຫົວຂໍ້ “ກູ້ເອົາຊີວິດສັດປ່າ ເພື່ອຟື້ນຟູລະບົບຊີວະພາບ” ວັນທົ່ວໂລກອະນຸລັກຮັກສາສັດປ່າປີ 2022 ປຽບເໝືອນດັ່ງວິທີການດຶງດູດຄວາມເອົາໃຈໃສ່ຕໍ່ການອະນຸລັກສັດປ່າປະເພດທີ່ມີຄວາມສ່ຽງດັບສູນສູງ ແລະ ຊຸກຍູ້ການເຄື່ອນໄຫວມຸ່ງໄປເຖິງການປະຕິບັດມາດຕະການຕ່າງໆເພື່ອອະນຸລັກຮັກສາ.

ວັນທົ່ວໂລກອະນຸລັກຮັກສາສັດປ່າປີ 2022 ໄດ້ສຸມໃສ່ການເຄື່ອນໄຫວສະເຫຼີມສະຫຼອງມຸ່ງໄປເຖິງຄວາມຕ້ອງການທີ່ຈຳເປັນຕ້ອງກູ້ເອົາຊີວິດຂອງສັດປ່າປະເພດຕ່າງໆທີ່ພວມຖືກນາບຂູ່ຢ່າງຮ້າຍແຮງທີ່ສຸດ, ເພື່ອໜູນຊ່ວຍການຟື້ນຟູສະພາບແວດລ້ອມແຫ່ງການດໍາລົງຊີວິດໃຫ້ແກ່ສັດປ່າ ແລະ ລະບົບຊີວະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ