ວັນບຸນວັດທະນະທຳຫວຽດນາມຢູ່ສ.ເກົາຫຼີຖືກດຳເນີນໄປຢ່າງຟົດຟື້ນ

ວັນບຸນວັດທະນະທຳຫວຽດນາມຢູ່ສ.ເກົາຫຼີຖືກດຳເນີນໄປຢ່າງຟົດຟື້ນ - ảnh 1
(ພາບປະກອບ)

​(vovworld) - ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອຳນາດ​ການ​ປົກຄອງ​ນະຄອນ​ເຊີ​ອູ​່ນ ​ແລະ ສະຖານທູ​​ດຫວຽດນາມ ປະຈຳ​ສ.​ເກົາຫຼີ, ວັນ​ທີ 28/06, ວັດທະນະທຳ​ຫວຽດນາມ ປະຈຳ​ສ.​ເກົາຫຼີ ​ໄດ້​ຈັດ​ຕັ້ງ​​​ວັນ​ບຸນ​ວັດທະນະທຳ​ຫວຽດນາມ​ຢູ່​ສ.​ເກົາຫຼີ ຄັ້ງທີ 1 ຢູ່​ຫໍວັດທະນະທຳ ​ບ້ານ Dong jak, ນະຄ​ອນຫຼວງ​ເຊີ​ອູ່​ນ ​ສຳ​ເລັດ​ຜົນ. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ເພື່ອມຸ່ງ​ໄປ​ເຖິງການສະ​ເຫຼີ​ມສະຫຼອງ 23 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ, ຜ່ານ​ນັ້ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ມາ​ມັກ​ຄີ, ການພົບ​ປະ​ແລກປ່ຽນ, ​ການແບ່ງປັນ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ປະກອບ​ສ່ວນ​ໂຄສະນາ​ພາ​ບພົດ​ປະ​ເທດຊາດ ​ແລະ ຊາວ​ຫວຽດນາມ ​ເຖິງ​ປະຊາຊົນ​ສ.​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂວັນ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່​ສ.​ເກົາຫຼີ ຄັ້ງ​ທີ 1, ທ່ານ​ນາງ ລຶວທິມີ້​ຮ່າ, ຫົວໜ້າ​ສູນ​​​ວັດທະນະທຳ​ຫວຽດນາມ ຢູ່​ສ.​ເກົາຫຼີ ​ເນັ້ນ​ໜັກ​ວ່າ: ພາຍຫຼັງ 3 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວ, ສູນ​ໄດ້​ຈັດ​ຕັ້ງ​ການສະ​ແດງ​ແນະນຳວັດທະນະ​ທຳ​ຫວຽດນາມ ດ້ວຍ​ຫຼາບ​ຮູບ​ການທີ່​​ງານ​ບຸນ​ວັດທະນະທຳ​ສາກົນຕ່າງໆ​ຢູ່​ສ.​ເກົາຫຼີ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວັດທະນະທຳ​​ຫຼາຍ​ຮູບ​ຫຼາຍ​ແບບ, ກໍ​ຄື​ໂຄສະນາ​ກ່ຽວ​ກັບ​ຮູບ​ພາບປະ​ເທດ​ຊາດທີ່​ສວຍ​ງາມ ​ແລະ ຊາວ​ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.
ຂ່າວ/ບົດ​ອື່ນ