ວັນ​ບຸນ​ວັດ​ທະ​ນະ​ທຳ​ອາ​ຫານ​ກາ​ນ​ກິນ Saigontourist 2022

(VOVWORLD) -ຕອນຄ່ຳວັນທີ 25 ສິງຫາ, “ວັນບຸນວັດທະນະທຳອາຫານການກິນ Saigontourist 2022” ໄດ້ໄຂຂຶ້ນຢ່າງເປັນທາງການ  ຢູ່ເຂດທ່ອງທ່ຽວ ວັນແທງ (ເມືອງ ບິ່ງແທກ, ນະຄອນໂຮ່ຈີມິນ). 
ວັນ​ບຸນ​ວັດ​ທະ​ນະ​ທຳ​ອາ​ຫານ​ກາ​ນ​ກິນ Saigontourist 2022 - ảnh 1ວັນບຸນວັດທະນະທຳອາຫານການກິນ Saigontourist 2022 (ພາບ:  VOV)

ມີອາຫານກ່ວາ 300 ເຍື່ອງ ທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ ໄດ້ນຳມາຮັບໃຊ້ຜູ້ເຂົ້າຮ່ວມ. ທ່ານ ເຈື່ອງດຶກຮູ່ງ, ຮອງຜູ້ອຳນວຍການໃຫຍ່ Saigontourist 2022, ຫົວໜ້າຄະນະຈັດຕັ້ງວັນບຸນໃຫ້ຮູ້ວ່າ:

ເປົ້າໝາຍຂອງວັນບຸນແມ່ນນຳເອົາບັນຍາກາດທີ່ມ່ວນຊືນມາໃຫ້ແກ່ປະຊາຊົນໝົດທຸກຄົນ ແລະ ກະຕຸກຊຸກຍູ້ການທ່ອງທ່ຽວ, ຊຸກຍູ້ການຟື້ນຟູໃຫ້ແກ່ການທ່ອງທ່ຽວຢູ່ນະຄອນໂຮ່ຈີມິນ ກໍ່ຄືໃນທົ່ວປະເທດເວົ້າລວມ. ພວກເຮົາອາດຈະຖືນີ້ແມ່ນການທ່ອງທ່ຽວ ດ້ານອາຫານການກິນ, ບໍ່ຕ້ອງໄປໃສ, ຢູ່ນີ້ພວກເຮົາກໍ່ສາມາດຮັບປະທານອາຫານການກິນຂອງທຸກເຂດພາກໃນທົ່ວປະເທດ.

ໄປຄຽງຄູ່ກັບ ເຍື່ອງອາຫານຕ່າງໆ, ວັນບຸນຍັງມີການເຄື່ອນໄຫວຫຼາຍຢ່າງທີ່ເປັນໜ້າຈັບອົກຈັບໃຈ. ວັນບຸນຈະແກ່ຍາວແຕ່ປັດຈຸບັນຈົນໝົດວັນທີ 28 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ