ວັນວັດທະນະທຳພຸດທະສາສະໜາ ອິນເດຍ ຢູ່ ຫວຽດນາມຄັ້ງທີ 2

ວັນວັດທະນະທຳພຸດທະສາສະໜາ ອິນເດຍ ຢູ່ ຫວຽດນາມຄັ້ງທີ 2  - ảnh 1
ການ​ປະ​ຊຸມ​ຂ່າວວັນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ ​ອິນ​ເດຍ ​ຢູ່ ​ຫວຽດ​ນາມ​ຄັ້ງ​ທີ 2 ປີ 2017
(ພ​າບ: ແອ໋ງ​ຮ່​ວຽນ)

(vovworld) – ວັນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ ​ອິນ​ເດຍ ​ຢູ່ ​ຫວຽດ​ນາມ​ຄັ້ງ​ທີ 2 ປີ 2017, ເຊິ່ງ​ແມ່ນ​ເຫດ​ການ​​ພົວ​ພັນວັດ​ທະ​ນະ​ທຳ​ຕ​່າງ​ປະ​ເທດ ມີ​ຄວາມ​ໝາຍ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ຈະດຳ​ເນີນ​ຢູ່ ທາດ​ໃຫຍ່ Mandala ໄຕ​ທຽນ, ວັດ ທຽນ​ເອີນ, ຕາ​ແສງ ດ້າຍ​ດິ່ງ, ເມືອງ ຕາມ​ດ໋າວ, ແຂວງ ຫວີງ​ຟຸກ, ແຕ່​ວັນ​ທີ 16 – 19/3. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ປີ 2017, ສະ​ເຫຼີມ​ສ​ະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອິນ​ເດຍ (7/1/1972 – 7/1/2017) ແລະ 10 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອິ​ນ​ເດຍ (2007 – 2017). ທີ່​ການ​ປະ​ຊຸມ​ຂ່າວ​ທີ່ດ​ຳ​ເນີນ​ໃນ​ວັນ​ທີ 13/3, ພະ​​ອາ​ຈານ​ໃຫຍ່ ທິກ​ດຶກ​ທ້ຽນ, ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໃນ​ຂອບ​ເຂດ​ຂອງ​ເຫດ​ການ ຈະ​ມີຫຼາຍ​ພິ​ທີ​ກຳ​ພ​ຸດ​ທະ​ສາ​ສະ​ໜາ​ພິ​ເສດ​ໂດຍ​​ບັນ​ດາ​ຝ່າຍ ອິນ​ເດຍ ປະ​ຕິ​ບັດ. ນອກ​ຈາກ​ບັນດາ​ພິ​ທີ​​ກຳ​ພຸດ​ທະ​ສາ​ສະ​ໜາ​ແລ້ວ ຍັງ​​ໄດ້​ດຳ​ເນີນ​ພິ​ທີ​​ກຳ​ໃຫຍ່​​ອ​ື່ນ​ອີກໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຄາດ​ວ່າ​ຈະ​ມີ​ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ແຕ່ 5.000 – 7.000 ຄົນ​ເຂົ້າ​ຮ່ວ​ມ​.

                                                               

ຂ່າວ/ບົດ​ອື່ນ