ວັນສາກົນຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ 14 ມິຖຸນາ

(VOVWORLD) - ໃນປີ 2024, ທາງນະຄອນໄດ້ຮັບເລືອດກວ່າ 322.000 ຖົງ, ສະເພາະໃນ 6 ເດືອນຕົ້ນປີ 2025 ໄດ້ຮັບເລືອດກວ່າ 109.000 ຖົງຈາກຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ.
ວັນສາກົນຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ 14 ມິຖຸນາ - ảnh 1ສະເພາະໃນ 6 ເດືອນຕົ້ນປີ 2025 ໄດ້ຮັບເລືອດກວ່າ 109.000 ຖົງຈາກຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ
(ພາບ: TTXVN)

        ວັນທີ 13 ມິຖຸນາ, ເພື່ອຕ້ອນຮັບວັນສາກົນຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ 14 ມິຖຸນາ, ມີບັນດາການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.

        ຕອນເຊົ້າວັນທີ 13 ມິຖຸນາ, ຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈນະຄອນ ຮ່າໂນ້ຍ ໄດ້ຈັດລາຍການເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນປີ 2025, ເຊີດຊູ 113 ໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນຫຼາຍຢ່າງໃນຂະບວນການດັ່ງກ່າວ. ໃນປີ 2024, ທາງນະຄອນໄດ້ຮັບເລືອດກວ່າ 322.000 ຖົງ, ສະເພາະໃນ 6 ເດືອນຕົ້ນປີ 2025 ໄດ້ຮັບເລືອດກວ່າ 109.000 ຖົງຈາກຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

        ຢູ່ແຂວງ ກວາງນິງ, ຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້ຈັດລາຍການ ການເດີນທາງແດງ ຕິດພັນກັບພິທີເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນຂອງແຂວງ ກວາງນິງ ປີ 2025. ທ່ານ ຫວູຮົ່ງຫາຍ, ປະທານສະພາກາແດງແຂວງ ກວາງນິງ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ກວາງນິງ, ໃຫ້ຮູ້ວ່າ:

        “ແຂວງ ກວາງນິງ ໄດ້ຮ່ວມເດີນທາງກັບລາຍການ ການເດີນທາງແດງ ເປັນເວລາ 10 ປີແລ້ວ. ລາຍການໄດ້ລື່ນເກີນຈາກໂຄງການບໍລິຈາກເລືອດເປັນປົກກະຕິ, ກາຍເປັນຂະບວນການຂອງມະຫາຊົນ. ເລື່ອງເຊີດຊູ, ຍ້ອງຍໍບັນດາຜູ້ດີເດັ່ນໃນການບໍລິຈາກເລືອດແມ່ນເນື້ອໃນມີຄວາມສຳຄັນທີ່ສຸດ, ມີຄວາມໝາຍ, ວັດທະນະທຳມະນຸດ”.

        ໃນວັນດຽວກັນ, ຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ດັກລັກ ກໍ່ໄດ້ຈັດກອງປະຊຸມເຊີດຊູບຸກຄົນບໍລິຈາກເລືອດທີ່ດີເດັ່ນໃຫ້ແກ່ 53 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ