(ທານປະທານາທິບໍດີ Hugo Chavez)
ວັນທີ 12/1, ທ່ານ Adan Chavez, ຂ້າຫຼວງໃຫຍ່ລັດ Brinas (Venezuela) ແລະ ບັນດາອ້າຍຂອງປະທານາທິບໍດີ Hugo Chavez ໄດ້ຄັດຄ້ານຂໍ້ມູນຂ່າວທີ່ວ່າ ສຸຂະພາບຂອງການນຳປະເທດອາເມລິກາໃຕ້ນີ້ພວມຕົກຢູ່ໃນອາການຮ້າຍແຮງທີ່ສຸດ. ທ່ານຜູ້ນີ້ຢືນຢັນວ່າ, ປະທານາທິບໍດີພວມຢູ່ໃນໄລຍະຟື້ນຟູສຸຂະພາບ ແລະ ມີສັນຍານໄດ້ດີກວ່າ. ຕາມທ່ານ Adan Chavez, ຂໍ້ມູນຂ່າວກ່ຽວກັບສຸຂະພາບຂອງປະທານາທິບໍດີ Hugo Chavez ຜ່ານເຄືອຂ່າຍສັງຄົມ ແລະ ພາຫະນະສື່ມວນຊົນຈຳນວນໜຶ່ງ ໃນໄລຍະຫວ່າງແລ້ວນີ້ ແມ່ນຜິດກັບຄວາມຈິງ. ທ່ານກ່າວເຕືອນວ່າ, ຂໍ້ມູນທີ່ຜິດພາດເຫຼົ່ານັ້ນແມ່ນກົນອຸບາຍຂອງຝ່າຍຄ້ານ ເພື່ອກໍ່ຄວາມວຸ່ນວາຍຢູ່ພາຍໃນປະເທດ.