ວິ​ສາ​ຫະ​ກິດ​ຕັດ​ຫຍິບ ເລີ່ມ​ດຳ​ເນີນ​ການ​ຜະ​ລິດ​ໃນ​ປີ​ໃໝ່

(VOVWORLD) -  ພາຍຫຼັງຊຸມວັນພັກຕ້ອນຮັບບຸນເຕັດປີມະເສັງ 2025, ວັນທີ 3 ກຸມພາ, ບັນດາວິສາຫະກິດຕັດຫຍິບ ໄດ້ເລີ່ມຕົ້ນການເຄື່ອນໄຫວຜະລິດຄືນໃໝ່. 
ວິ​ສາ​ຫະ​ກິດ​ຕັດ​ຫຍິບ ເລີ່ມ​ດຳ​ເນີນ​ການ​ຜະ​ລິດ​ໃນ​ປີ​ໃໝ່ - ảnh 1ທ່ານ ເທິນດຶກຫວຽດ ຜູ້ອຳນວຍການໃຫຍ່ບໍລິສັດຕັດຫຍິບ ເລກ 10 (ພາບ: baotintuc.vn)

ຕາມທ່ານ ຟ້າມຕຽນເລິມ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ ດຶກຢາງ ແລ້ວ, ປີ 2025, ທາງບໍລິສັດສຸມໃສ່ປັບປຸງການຈັດຕັ້ງການຜະລິດ, ຍົກສູງສະມັດຕະພາບແຮງງານ ເພື່ອແນໃສ່ຍົກວົງເງິນສົ່ງອອກເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2024, ບັນລຸ 88 – 99 ລ້ານ USD.

ຢູ່ບໍລິສັດໃຫຍ່ ຕັດຫຍິບ ເລກ 10, ມີແຮງງານເກືອບ 12.000 ຄົນ ໄດ້ພ້ອມກັນເລີ່ມເຮັດວຽກໃນມື້ເຮັດວຽກທຳອິດຂອງປີມະເສັງ ດ້ວຍຄວາມຕັດສິນໃຈປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກເປັນຢ່າງດີທີ່ສຸດ. ຕາມທ່ານ ເທິນດຶກຫວຽດ ແລ້ວ, ປີ 2025, ທາງບໍລິສັດ ຕັດຫຍິບ ເລກ 10 ວາງເປົ້າໝາຍການເຕີບໂຕກວ່າ 10%.

“ພາຍຫຼັງພິທີເປີດບໍລິສັດເຮັດວຽກມື້ທຳອິດຂອງປີ, ແຮງງານທຸກຄົນຂອງບໍລິສັດໃຫຍ່ເລກ 10 ໄດ້ສຸມໃສ່ເຮັດວຽກເພື່ອຮັບປະກັນຄວາມຄືບໜ້າຂອງໃບສັ່ງຊື້ສິນຄ້າສະບັບຕ່າງໆ. ດ້ວຍການເລີ່ມຕົ້ນຂອງລະດູບານໃໝ່ ກໍຄືບັນດາສັນຍານອັນຕັ້ງໜ້າ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຈະບັນລຸໄດ້ເປົ້າໝາຍທີ່ວາງອອກ”.

 

 


 

ຕອບກັບ

ຂ່າວ/ບົດ​ອື່ນ