ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຕ້ອງເປັນແກ່ນສານພັດທະນາລັດຖະບານເອເລັກໂຕນິກ

ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຕ້ອງເປັນແກ່ນສານພັດທະນາລັດຖະບານເອເລັກໂຕນິກ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ທີ່ກອງ​ປະ​ຊຸມ

(vovworld) - ​​ ອັນ​ດັບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ​ຂອງ ຫວຽດ​ນາມ ອາດ​ສາ​ມາດ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ແຮງ​ຖ້າ​ຫາກວ່າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການກວດ​ກາ, ປັບ​ປຸງ​ບັນ​​ດາ​ຫົວ​ໜ່ວຍ​ຮັບ​ຜິດ​ຊອບ, ວີ​ທີ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ສ້າງ​ລະ​ບົບ​ຂໍ້​ມູນ​ຄົບ​ຊຸດ. ນີ້​ແມ່ນ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 18/1,  ຢູ່​ຮ່າ​ໂນ້ຍຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ເພື່ອ​ແນ​ໃສ່​ປັບ​ປຸງ​ອັນ​ດັບ​ຂອງ​ລັດ​ຖ​ະ​ບານ​ເອກ​ເລັກ​ໂຕ​ນິກ​ຂອງ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ເນັ້ນ​ໜັກ​ບັນ​ດາ​ການ​ຈັດ​ອັນ​ດັບ​ສາ​ກົນ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ, ການ​ປ່ຽນ​ໃໝ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແມ່ນ​ບັນ​ດາ​ຂົງ​ເຂດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ​ຖະ​ບານ​ທີ່​ສຸດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ກາ​ນ​ຍູ້​ແຮງ​ການ​ຜັ​ນ​ຂະ​ຫຍາຍ​ບັນ​ດາ​ການ​ບໍ​ລິ​ການ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ, ພິ​ເສດ​ຕ້ອງ​ທາບ​ທາມ​ບົດ​ຮຽນ​ຈາກ​ບັນ​ດາ​ປະ​ເທດ​ມີ​ບໍ​ລິ​ການ​ທາງ​ອີນ​ເຕີ​ເນັດ​ພັດ​ທະ​ນາ​ຄື: ຝ​ຣັ່ງ, ສິງ​ກະ​ໂປ.


ຂ່າວ/ບົດ​ອື່ນ