ວິສາຫະກິດແມ່ນກຳລັງໜູນແກ່ການພັດທະນາເສດຖະກິດຂອງປະເທດຊາດ

ວິສາຫະກິດແມ່ນກຳລັງໜູນແກ່ການພັດທະນາເສດຖະກິດຂອງປະເທດຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນຊວນ​ຟຸກ ຈະ​ພົບ​ປະ​ກັບ​ວົງ​ການ​ນັກ​ທຸ​ລະ​ກິດໃນ​ວັນ​ທີ 29/4 ນີ້.


(vovworld)- ວັນ​ທີ 29/4 ນີ້, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ​ຈະ​ດຳ​ເນີນກອງ​ປະ​ຊຸມ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກັບ​ວິ​ສາ​ຫະ​ກິດ​ປີ 2016. ຂ່າວ​ຄາວ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ຢູ່​ທີ່ກອງ​ປະ​ຊຸມ​ຂ່າວ​ໂດຍ​ຫ້ອງວ່າ​ການ​ລ​ັດ​ຖະ​ບານຈັດ​ຂຶ້ນ​ເມື່ອຕອນ​ເຊົ້າ​ວັນ​ທີ 22/4 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂ່າວ, ທ່ານ ເລ​ແມ້ງ​ຮ່າ ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

    “ ຈຸດ​ທີ່​ເປັນ​ໜ້າ​ສົນ​ໃຈ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ຫົວ​ຂໍ້​ວິ​ສາ​ຫະ​ກິດ​ຊຶ່ງ​ລວມ​ທັງເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ບໍ່​ພຽງ​ແຕ່​ແມ່ນ​ວິ​ສາ​ຫະ​ກິດ​ຂອງ​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ເໝີ​ພາບ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ​ທີ່​ມີ​ຕໍ່​ວິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ. ຫົວ​ເລື່ອງ​ຂອງກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ແມ່ນ​ກຳ​ລັງ​ໜູນ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງປະ​ເທດຊາດ ”
ຂ່າວ/ບົດ​ອື່ນ