ລັດຖະທຳມະນູນປີ 1992
|
(vovworld) – ວັນທີ 13/3, ກຳມາທິການຮ່າງປັບປຸງລັດຖະທຳມະນູນປີ 1992 ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 3. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູູ່ງ, ປະທານກຳມາທິການຮ່າງປັບປຸງລັດຖະທຳມະນູນ ໄດ້ເປັນປະທານວາລະປະຊຸມ. ທີ່ວາລະປະຊຸມ, ບັນດາສະມາຊິກຂອງກຳມາທິການໄດ້ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບຮ່າງບົດລາຍງານສະຫຼຸບວຽກງານປະຕິບັດລັດຖະທຳມະນູນປີ 1992 ແລະ ຮ່າງບົດລາຍງານບັນດາບັນຫາພື້ນຖານກ່ຽວກັບການປັບປຸງລັດຖະທຳມະນູນປີ 1992, ກຳນົດທິດປັບປຸງລັດຖະທຳມະນູນປີ 1992 ເພື່ອຮັບປະກັນປ່ຽນໃໝ່ຢ່າງຄົບຊຸດນັບທັງດ້ານເສດຖະກິດ ແລະ ການເມືອງ, ສອດຄ່ອງກັບສະພາບການໃໝ່. ການປັບປຸງລັດຖະທຳມະນູນປີ 1992 ເພື່ອສືບຕໍ່ຫັນແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມໃຫ້ເປັນລະບອບຢ່າງຄົບຖ້ວນ ແລະ ເລິກເຊິ່ງກ່ວາ, ຮັບປະກັນທຸກໆສິດອຳນາດຂອງລັດແມ່ນຂຶ້ນກັບປະຊາຊົນ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ລະດົມບັນດາກຳລັງສັງຄົມເພື່ອຮັບໃຊ້ພາລະກິດພັດທະນາປະເທດຊາດ; ສືບຕໍ່ຢັ້ງຢືນການນຳພາຂອງພັກທີ່ມີຕໍ່ລັດ ແລະ ສັງຄົມ; ສະແດງໃຫ້ເຫັນທັດສະນະຮັກສາ, ເຄົາລົບສິດທິມະນຸດ; ສືບຕໍ່ສ້າງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ພັດທະນາວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ຮັບປະກັນຄວາມຍຸຕິທຳສັງຄົມ, ຫັນເປັນແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມຢ່າງເລິກເຊິ່ງ; ສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຢັດສັງຄົມຫວຽດນາມສົມບຸນແບບ, ຮັບປະກັນເຊື່ອມໂຍງກັບສາກົນຢ່າງຄົບຖ້ວນ ແລະ ໝັ້ນຄົງ, ຮັບປະກັນຜົນສັກສິດ, ລັກສະນະໝັ້ນຄົງ ແລະພັດທະນາຂອງລັດຖະທຳມະນູນ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ເນັ້ນໜັກວ່າ, ການປັບປຸງລັດຖະທຳມະນູນປີ 1992 ຕ້ອງຮັບປະກັນຫຼັກການທີ່ວ່າ ທຸກໆສິດອຳນາດຂອງລັດແມ່ນຂຶ້ນກັບປະຊາຊົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຮຽກຮ້ອງໃຫ້ຄະນະຮຽບຮ້ຽງຄົ້ນຄວ້າ, ຮັບເອົາຄຳຄິດຄຳເຫັນຢູ່ທີ່ກອງປະຊຸມຢ່າງຄົບຖ້ວນ, ສືບຕໍ່ປັບປຸງນັບທັງດ້ານເນື້ອໃນ ແລະ ເຕັກນິກເອກະສານເພື່ອຍື່ນສະເໜີໃຫ້ບັນດາອົງການທີ່ມີສ່ວນກ່ຽວຂ້ອງໃນໄລຍະທີ່ຈະມາເຖິງ.