ວາລະປະຊຸມຄົບຄະນະຄັ້ງປະຖົມມະເລີກສະພານະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງປະຖົມມະເລີກສະພານະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ - ảnh 1

(ພາບ: nguyentandung.org)

(VOV)-  ວັນ​ທີ 22/11, ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ເຂົ້າຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງປະຖົມມະ​ເລີກ​ສະພາ​ນະ​ໂຍບາຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດອາຍຸ​ການ 2012-2016. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ຊີ້​ແຈງວ່າ: ມະຕິ​ສູນ​ກາງ​ພັກ​ຄັ້ງທີ 6 ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ການ​ສືບ​ຕໍ່ປ່ຽນ​ໃໝ່ອົງການ​ຈັດຕັ້ງ​ຢ່າງ​ແຮງ ​ແລະ ຄົບ​ຊຸດ, ກົນ​ໄກ​ຄຸ້ມ​ຄອງ, ກົນ​ໄກ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແມ່ນ​ຂອດ​ບຸກທະລຸ, ​ໃນ​ນັ້ນສຸມ​ໃສ່​ປ່ຽນ​ໃໝ່​ວຽກ​ງານ​ສ້າງ​ຍຸດ​ທະ​ສາດ, ​ແຜນການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ວິທີ​ການ​ລົງທຶນ, ກົນ​ໄກ​ການ​ເງິນ, ກົນ​ໄກ​ພະນັກງານ…. ດ້ວຍ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ສະພາ, ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ​ຕ້ອງ​ຄຸ້ມ​ຄອງ​ຕິດ​ແທດ​ກັບ​ຈຸດໝາຍ, ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ, ຈຸດໝາຍ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຂອງ​ປະ​ເທດ​ຊາດ. ທ່ານນາຍົກ ລັດຖະມົນຕີຫງວຽນ​ເຕີນ​ຢູງ ສະ​ເໜີ​ວ່າ:

   “ປີ 2013, ຕ້ອງ​ມີ​ກົນ​ໄກ​ນະ​ໂຍບາຍ​ລະອຽດ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ແຮງ​ກ່ວາ​ອີກ. ​ວິສາ​ຫະກິດ​​ເຮັດວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫຼາຍ, ຄວາມ​ສາມາດ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ຜະລິດ​ຕະພັນ​ເພື່ອ​ມີ​ການ​ແກ່ງ​ແຍ້​ງ​ແມ່ນ​ຫຼາຍ​ທີ່​ສຸດ​“.

   ທີ່​ວາລະ​ປະຊຸມ, ບັນດາ​ກຳມະການ​ສະພາ​ໄດ້​ປະກອບ​ຫຼາຍ​ຄຳ​ເຫັນ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່​ອນ​ໄຫວຂອງ​ສະພາ​ໃນ​ການ​ຊ່ວຍ​ທ່ານ​ນາຍົກລັດຖະມົນຕີ ຍົກ​ອອ​ກບັນດາ​ລັດຖະນະ​ໂຍບາຍ​ກ່ຽວ​ກັບ​ການພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ປະກອບສ່ວນ​ນຳ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ກາຍ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ