ວຽກງານບຸກຄະລາກອນ: ຈິດໃຈປະຊາທິປະໄຕ,ສາມັກຄີ, ເປັນເອກະພາບສູງ

(VOVWORLD) -ທ່ານ ຫງວຽນແທງບີ່ງ ຮອງຫົວຫນ້າປະຈຳການ ຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ:  ຄະນະບໍລິຫານງານສູນກາງພັກ ຊຸດທີ XIII  ໄດ້ເປັນເອກະພາບຢ່າງສູງຕໍ່ບັນຊີລາຍຊື່ບຸກຄະລາກອນເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ ພິຈາລະນາເລືອກຕັ້ງຕາມການກຳນົດ:
ວຽກງານບຸກຄະລາກອນ: ຈິດໃຈປະຊາທິປະໄຕ,ສາມັກຄີ, ເປັນເອກະພາບສູງ - ảnh 1ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ
ພາບ:vietnam+

ວັນທີ 30 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມສືບຕໍ່ປຶກສາຫາລືກ່ຽວກັບວຽກງານບຸກຄະລາກອນ.  ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານ ຫງວຽນແທງບີ່ງ ຮອງຫົວຫນ້າປະຈຳການ ຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ:  ຄະນະບໍລິຫານງານສູນກາງພັກ ຊຸດທີ XIII  ໄດ້ເປັນເອກະພາບຢ່າງສູງຕໍ່ບັນຊີລາຍຊື່ບຸກຄະລາກອນເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ ພິຈາລະນາເລືອກຕັ້ງຕາມການກຳນົດ:

“ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນຮັບປະກັນຫລັກການລວມສູນປະຊາທິປະໄຕ ແລະ ຮັບປະກັນຄວາມສາມັກຄີ ເປັນເອກະພາບຢ່າງສູງ ພ້ອມທັງປະຕິບັດຢ່າງມີວິທະຍາສາດ, ເປັນລະບົບ, ພາວະວິໄສ, ຮອບດ້ານ, ມີປະສິດທິຜົນ, ປະຕິບັດຕາມຫລັກການຂອງພັກ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ, ເລືອກເຟັ້ນຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນຄຸນສົມບັດ, ມີອິດທິພົນຊື່ສຽງໃນພັກ ແລະ ໃນໝູ່ປະຊາຊົນ.”

ຄະນະບໍລິຫານງານສູນກາງພັກ ຊຸດທີ XII ມີຄວາມເປັນເອກະພາບສູງເພື່ອຄັດເລືອກຜູ້ແທນບາງທ່ານ ໃນກໍລະນີພິເສດ ເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະຄະນະບໍລິຫານງານສູນກາງພັກຊຸດທີ XIII ພິຈາລະນາເລືອກເຟັ້ນຕຳແຫນ່ງກົມການເມືອງ,ຄະນະເລຂາສູນກາງພັກຊຸດທີ XIII.

ຕອບກັບ

ຂ່າວ/ບົດ​ອື່ນ