ສ ເກົາຫຼີ ຮຽກຮ້ອງໃຫ້ ອາເມລິກາ ໂຍະຍານຄຳສັ່ງລົງໂທດ ສປປ ເກົາຫຼີ

(VOVWORLD) - ໄປຄຽງຄູ່ກັບຖະແຫຼງການສິ້ນສຸດສົງຄາມ, ອາເມລິກາ ຄວນຄິດໄລ່ຊັ່ງຊາການຍົກເລີກຂອງມາດຕະການລົງໂທດແນໃສ່ ສປປ ເກົາຫຼີ...

ສ ເກົາຫຼີ ຮຽກຮ້ອງໃຫ້ ອາເມລິກາ ໂຍະຍານຄຳສັ່ງລົງໂທດ ສປປ ເກົາຫຼີ - ảnh 1

 ທ່ານ Moon Chung – in, ທີ່ປຶກສາພິເສດຂອງທ່ານປະທານາທິບໍດີ ສ. ເກົາຫຼີ

(ພາບ: Yonhap/TTXVN)

ວັນທີ 10 ຕຸລາ, ທ່ານ Moon Chung – in, ທີ່ປຶກສາພິເສດຂອງທ່ານປະທານາທິບໍດີ ສ. ເກົາຫຼີ ກ່ຽວກັບບັນດາບັນຫາເອກະພາບ, ການທູດ ແລະ ຄວາມໝັ້ນຄົງແຫ່ງຊາດ ໄດ້ເນັ້ນໜັກວ່າ: ໄປຄຽງຄູ່ກັບຖະແຫຼງການສິ້ນສຸດສົງຄາມ, ອາເມລິກາ ຄວນຄິດໄລ່ຊັ່ງຊາການຍົກເລີກມາດຕະການລົງໂທດແນໃສ່ ສປປ ເກົາຫຼີ ສ່ວນໃດສ່ວນໜຶ່ງ ເພື່ອໃຫ້ພຽງຢາງ ເພື່ອດຳເນີນການທໍາລາຍເລີກສະຖານທີ່ນິວເຄຼຍ Yongbyon. ທ່ານ Moon Chung – in ກໍ່ຊົມເຊີຍທ່ານປະທານາທິບໍດີ ອາເມລິກາ Donald Trump ຍ້ອນໄດ້ສວມບົດບາດເປັນ “ທູດສັນຕິພາບ” ດ້ວຍເປົ້າໝາຍສ້າງສັນຕິພາບໃນແຫຼມເກົາຫຼີ. ຕາມທ່ານ Moon Chung – in ແລ້ວ, ໝູ່ບ້ານຢຸດຮົບ Panmunjom ຈະແມ່ນສະຖານທີ່ທີ່ດີເພື່ອຈັດຕັ້ງການພົບປະສຸດຍອດຄັ້ງທີສອງລະຫວ່າງ ອາເມລິກາ - ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ