ສິ່ງທ້າທາຍໃຫຍ່ສຳລັບອາຊຽນ ໃນປີ2021

(VOVWORLD) -ໄພນາບຂູ່ຈາກໂລກລະບາດໂຄວິດ 19 ຕໍ່ສຸຂະພາບຂອງມະນຸດ ປະຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ.
ສິ່ງທ້າທາຍໃຫຍ່ສຳລັບອາຊຽນ ໃນປີ2021 - ảnh 1ການຊັກວັນຊີນ ກັນໂລກລະບາດໂຄວິດ 19 ໃຫ້ພະນັກງານການແພດ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ (ພາບ:THX/TTXVN) 

"ໂລກລະບາດໂຄວິດ 19 ແລະຜົນການກະທົບຂອງມັນຍັງຄົງແມ່ນສິ່ງທ້າທາຍໃຫຍ່ ສຳລັບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2021 " ນັ້ນແມ່ນໝາກຜົນການສຳຫລວດໂດຍສູນ ຄົ້ນຄ້ວາ ອາຊຽນ ສັງກັດ ສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານ ຕັ້ງຢູ່ ສິງກະໂປ ປະກາດໃນວັນທີ 10  ກຸມພາ. ການສຳຫລວດໄດ້ດຳເນີນຢູ່ 10 ປະເທດສະມາຊິກ ອາຊຽນ ດ້ວຍຜູ້ຖືກຖາມແມ່ນ  1.032 ຄົນ ສ່ວນຫລາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.

ມີ 76% ຈຳນວນຜູຸ້ຖືກຖາມເວົ້າວ່າ: ໄພນາບຂູ່ຂອງໂລກລະບາດໂຄວິດ 19 ຕໍ່ສຸຂະພາບຂອງມະນຸດ ປະຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນ ຕ້ານໂລກລະບາດ ຂອງລັດຖະບານ. ການສຳຫລວດກໍ່ໃຫ້ເຫັນວ່າ ສ່ວນຫລາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ຫນັບສະຫນູນຫລັກການເຄົາລົບກົດໝາຍສາກົນໃນບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ