ສູນ ອາຊຽນ - ສ ເກົາຫຼີ ຈຳໜ່າຍ ວີດີໂອ ໂຄສະນາການທ່ອງທ່ຽວ ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ

(VOVWORLD) - ດ້ວຍຫົວຂໍ້ “ການຢ້ຽມຢາມວັດທະນະທຳ ແລະ ສະຖາປັດຕະຍາກຳ”, ບັນດາວີດີໂອ ທີ່ຜະລິດໃນປີນີ້ ໄດ້ສຸມໃສ່ແນະນຳບັນດາສະຖາປັດຕະຍາກຳ ແລະ ແບບແຜນການດຳລົງຊີວິດຂອງ ຫວຽດນາມ
ສູນ ອາຊຽນ - ສ ເກົາຫຼີ ຈຳໜ່າຍ ວີດີໂອ ໂຄສະນາການທ່ອງທ່ຽວ ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ - ảnh 1ພາບວັດ ບ໋າຍດີີ້ງ
(ພາບ: ສູນ ອາຊຽນ - ສ ເກົາຫຼີ)

ວັນທີ 28 ກັນຍາ, ສູນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສ ເກົາຫຼີ ໄດ້ຈຳໜ່າຍບັນດາວີດີໂອ ໂຄສະນາການທ່ອງທ່ຽວ ອາຊຽນ ເນື່ອງໃນໂອກາດວັນທ່ອງທ່ຽວໂລກ (27 ກັນຍາ). ບັນດາວີດີໂອ ເພື່ອແນໃສ່ແນະນຳ ອາຊຽນ ຄືດັ່ງຊັບພະຍາກອນວັດທະນະທຳ ແລະ ທ່ອງທ່ຽວ ຫຼາຍຮູບແບບຂອງພາກພື້ນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງ ອາຊຽນ ແລະ ສ ເກົາຫຼີ. ດ້ວຍຫົວຂໍ້ “ການຢ້ຽມຢາມວັດທະນະທຳ ແລະ ສະຖາປັດຕະຍາກຳ”, ບັນດາວີດີໂອ ທີ່ຜະລິດໃນປີນີ້ ໄດ້ສຸມໃສ່ແນະນຳບັນດາສະຖາປັດຕະຍາກຳ ແລະ ແບບແຜນການດຳລົງຊີວິດຂອງ ຫວຽດນາມ, ກຳປູເຈຍ ແລະ ອິນໂດເນເຊຍ. ແຕ່ລະວີດີໂອ ລ້ວນແຕ່ໄດ້ແນະນຳສະຖາປັດຕະຍາກຳ ຢູ່ 2 ນະຄອນຂອງແຕ່ລະປະເທດ.

        ວີດີໂອກ່ຽວກັບ ຫວຽດນາມ ໄດ້ເຕື້ອງເຖິງສະຖາປັດຕະຍາກຳ ແລະ ແບບແຜນການດຳລົງຊີວິດຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນິງບິ່ງ, ບັນດາສະຖານທີ່, ຄື: ໂຮງລະຄອນໃຫຍ່ ແລະ ໂບດໃຫຍ່ ຕະຫຼອດຮອດ ຫໍພິພິທະພັນ ຮ່າໂນ້ຍ, ໂບດ ຟາດຢ້ຽມ ແລະ ວັດ ບ໋າຍດີ໊ງ.   

ຕອບກັບ

ຂ່າວ/ບົດ​ອື່ນ