ສັນຍາການຄ້າຫວຽດນາມ-ລາວສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ2ປະເທດ

ສັນຍາການຄ້າຫວຽດນາມ-ລາວສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ2ປະເທດ - ảnh 1
(ກອງ​ປະ​ຊຸມ​ເຜີຍ​ແຜ່​ສັນ​ຍາ​ການ​ຄ້າ,
ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ)

(vovworld) - ​​​ວັນ​ທີ 05/07, ຢູ່​ແຂວງ ສະ​ຫວັນ​ນະ​ເຂດ, ທາງ​ພາກ​ກາງ​ລາວ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຜີຍ​ແຜ່​ສັນ​ຍາ​ການ​ຄ້າ, ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ, ອັນ​ໄດ້​ດຶງ​ດູດ​ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​​ລາວ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພວມທຳ​ມາ​ຄ້າ​ຂາຍ, ດຳເນີນ​ທຸ​ລະ​ກິດຢ​ູ່​ພາກ​ໃຕ​້ ແລະ ພາກ​ກາງ​ລາວ ກວ່າ 140 ຄົນເຂົ້າ​ຮ່ວມ. ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ​ໄດ້​​ຮັບການ​ສະ​ໜອງ​ເນື້ອ​ໃນ​ຢ່າງ​ຄົບ​ຊຸດ  ກໍ​ຄື​ບັນ​ດາ​ບັນ​ຊີ​​ລາຍ​ຊື່ສິນ​ຄ້າ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ໃນ​ຂອບ​ເຂດ​ສັນ​ຍາ​ການ​ຄ້າ ແລະ ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ. ທ່ານ​ຮອງ​ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ຫງວຽນ​ເກີມ​ຕ​ູ໋ ໃຫ້​ຮູ້​ວ່າ: ​ຕາມສັນ​ຍາ​ການ​ຄ້າ​ຫວຽດ​ນາມ - ລາວ ຈະ​ມີ​ສິນຄ້າ​ຫຼາຍ​​ປະ​ເພດ​ຊົມ​ໃຊ້ລະ​ດັບບຸ​ລິ​ມະ​ສິດ​ພາ​ສີ​​ອາ​ກອນພິ​ເສດແມ່ນ 0% ຫຼື ​ເທົ່າເຄິ່ງ​ໜຶ່ງ ດ້ວຍ​ຫຼາຍກວ່າ 95% ປະ​ເ​ພດ​ພາ​ສີ​ສິນ​ຄ້າເມື່ອ​ທຽບ​ໃສ​່​ລະ​ດັບພາ​ສີ​ໃນ​ອາ​ຊຽນ. ໃນ​ຂະ​ນະ​ນັ້ນ, ສຳ​ລັບ​ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ, ບັນ​ດາວ​ິ​ສາ​ຫະ​ກິດ 2 ປະ​ເທດ​ກໍ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ສະ​ເພາະ​ພິ​ເສດ. ໃນ​ສະ​ພາບ​ປະ​ຊາ​ຄົມ​​ເສດ​ຖະ​​ກິດ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ດ້ວຍ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ຖ້າ​ຫາກບັນ​ດາວ​ິ​ສາ​ຫະ​ກິດ 2 ປະ​ເທດ​ກຳ​ແໜ້ນ​ໄດ້​ບັນ​ດາ​ທ່າ​ແຮງ​ເຊິ່ງສັນ​ຍາ 2 ສະ​ບັບ​ດັ່ງ​ກ່າວ​ນຳ​ມາ​ໃຫ້ນັ້ນ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ 2 ຝ່າຍ, ພ້ອມ​ທັງ​ຈະ​ຊ່ວຍ​ໃຫ້​ໂຄງ​ປະ​ກອບ​ບັນ​ດາ​​ປະ​ເພດສິນ​ຄ້າ​ສົ່ງ​ອອກ, ນຳ​ເຂົ້າ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ອຸ​ດົມ​ສົ​ມ​ບູນ​ຂຶ້ນ​ຕື່ມ. ທ່ານ ຫງວຽນ​ເກີມ​ຕ​ູ໋ ໃຫ້​ຮູ້​ວ່າ.

        “ສັນ​ຍາ​ການ​ຄ້າ 2 ສະ​ບັບ​ນີ້​ໄດ້​ເປີິດ​ເສັ້ນ​ທາງ​ໃຫ້​ບັນ​ດາ​ສິນ​ຄ້າ​ໃໝ່​ຫຼາຍ​ປະ​ເພດ ເຊິ່ງ​ແຕ່​ກ່ອ​ນ​ມາ​ຮອດ​ປະ​ຈຸ​ບັນ​ພວມ​ເຮົ​າ​ຍັງ​ບໍ່​ທັນ​ມີ​ເງື່ອນ​ໄຂ​ເພື່ອ​ສົ່ງ​ອອກ, ນຳ​ເຂົ້າ​ຢ່າງ​ສະ​ດວກ. ​ຕົວ​ຢ່າງ​ຄ​ື ກ່ອນ​ໜ້ານີ້​ບັນ​ດາ​ປະ​ເພດ​ສິນ​ຄ້າ​ໂດຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ເຂົ້າ​ລາວ ຜະ​ລິດ​ໂດຍ​​ກົງ ຫຼື ມອບ​ໃຫ້​ສ່ວນ​ບຸກ​ຄົນ ຫຼື ຄອບ​ຄົ​ວ​ຊາວ​ລາວ ຜະ​ລິດ, ເມື່ອ​ສົ່ງ​ກັບ​ເມື່ອ​ຫວຽດ​ນາມ ຈະ​ບໍ່​ໄດ້​ຮັບ​ບຸ​ລິ​ມະ​ສິດ​ດ້ານ​ພາ​ສີ ກ​ໍ​ຄື​ລະ​ບຽບ​ການ, ມາ​ຮອດ​ປະ​ຈຸ​ບັນ​​ແມ່ນໄດ້​ຮັບ​ບຸ​ລິ​ມະ​ສິດ​ດ້ານ​ພາ​ສີ ແລະ ລະ​ບຽບ​ການ​ແລ້ວ, ສິ່ງນີ້ໄດ້​​ດຶງ​ດູດ​ແຫຼ່ງ​ສ​ິນ​ຄ້າ​ຈາກ​ຫວຽດ​ນາມ ​ເຂົ້າ​ໄປ​ລາວ ຢ່າງ​ແຮງກວ່າ ແລະ ພ້ອມ​ທັງ​ຈະ​ສ້າງ​ແຫຼ່ງ​ສິນ​ຄ້າ​ໃໝ່ ຍ້ອນ​​ວ່າ ຈະມີ​ບັນ​ດາ​​ປະ​ເພດ​ສິນ​ຄ້າ​ໃໝ່​ຈະ​ໄດ້​​ຮັບ​ບຸ​ລິ​ມະ​ສິດນີ້​ເພື່ອ​ຜະ​ລິດ​ຢູ່​ລາວ, ແລ້ວ​ສົ່ງ​ກັບ​ເມ​ື່ອບໍ​ລະ​ໂພກ​ຢູ່​ຫວຽດ​ນາມ”.

        ທ່ານ ຫງວຽນ​ເກີມ​ຕູ ຢືນ​ຢັນ​ວ່າ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ແລະ ລາວ ຍາມ​ໃດ​ກ​ໍ​​ກ່ຽມ​ພ້​ອມຮ່ວມ​ເດີນ​ທາງກັບ​ວິ​ສາ​ຫະ​ກິດ 2 ປະ​ເທດ ເພື່ອ​ຂຸ​ດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ທີ່​ມີ​ຢູ່​ແລ້ວ​ໃຫ້​ເປັນ​ຢ່າງ​ດີ, ຜ່ານນັ້ນ​ຊ່ວຍ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ 2 ຝ່າຍ​ໃຫ້​ທຽບ​ເທົ່າ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມື​ອງ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ