ສັນຍານຕັ້ງໜ້າໃນການພົວພັນການຄ້າຫວຽດນາມ-ສະຫະພັນລັດເຊຍ
ການຜະລິດເຄື່ອງ ເຟີນີເຈີ ສົ່ງໄປຂາຍຢູ່ ລັດເຊຍຂອງບໍລິສັດ ຮຽບລອງ (ແຂວງ ບິ່ງເຢືອງ)
(ພາບ: Thanh Vũ/TTXVN)
(vovworld)- ກ່ອນທີ່ຈະດຳເນີນການພົບປະລະຫວ່າງລັດຖະບານສະຫະພັນລັດເຊຍ ແລະ ຫວຽດນາມ ຂັ້ນຮອງນາຍົກລັດຖະມົນຕີ ແຕ່ວັນທີ 5-7/9 ຢູ່ Vladivostok, ທ່ານຟ້າມກວາງນ້ຽມ ທີ່ປຶກສາດ້ານການຄ້າສະຖານທູດຫວຽດນາມ ປະຈຳລັດເຊຍ ໃຫ້ຮູ້ວ່າ: ການພົວພັນຮ່ວມມື 2 ຝ່າຍ ລັດເຊຍ-ຫວຽດນາມ ພວມມີຫຼາຍສັນຍານທີ່ຕັ້ງໜ້າ. ທ່ານຟ້າມກວາງນ້ຽມ ຢັ້ງຢືນວ່າ ການພົວພັນຮ່ວມມື ລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ພວມພັດທະນາອັນດີງາມ. ກ່ຽວກັບດ້ານການຄ້າ, ວົງເງິນຂາເຂົ້າ - ຂາອອກ 2 ຝ່າຍໃນປີ 2013 ບັນລຸ 4 ຕື້ USD ແລະ ໃນ 6 ເດືອນຕົ້ນປີ 2014 ບັນລຸ 1,76 ຕື້ USD. ພິເສດ, ໜ່ວຍປະຕິບັດງານຂັ້ນສູງ ກ່ຽວກັບບັນດາໂຄງການບຸລິມະສິດລັດເຊຍ-ຫວຽດນາມ ພວມເຄື່ອນໄຫວຢ່າງຕັ້ງໜ້າ, ມີປະສິດທິຜົນ ນຳມາເຊິ່ງແງ່ຫວັງຫຼາຍຢ່າງໃຫ້ແກ່ການລົງທຶນລະຫວ່າງ 2 ປະເທດ.ທ່ານ ຟ້າມກວາງນ້ຽມ ກໍ່ໃຫ້ຮູ້ວ່າໃນວັນທີ 16/9 ຈະມາເຖິງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ ຈະເປັນເຈົ້າພາບຈັດກອງປະຊຸມສຳມະນາຂະໜາດໃຫຍ່ລະຫວ່າງບັນດາວິສາຫະກິດຂອງສອງປະເທດ ເພື່ອຊ່ວຍບັນດາວິສາຫະກິດນີ້ນຳແໜ້ນສະພາບການ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ອຸ່ນອ່ຽນໃຈແນໃສ່ຍູ້ແຮງການພົວພັນສອງຝ່າຍລະຫວ່າງສະຫະພັນລັດເຊຍ - ຫວຽດນາມ