ສູນວັດທະນະທຳຫວຽດນາມ:ຂົວເຊື່ອມຕໍ່ວັດທະນະທຳຫວຽດນາມ-ລາວ

ສູນວັດທະນະທຳຫວຽດນາມ:ຂົວເຊື່ອມຕໍ່ວັດທະນະທຳຫວຽດນາມ-ລາວ - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 28/8, ຢູ່​ນະຄອນຫລວງ ວຽງ​ຈັງ, ສູນວັດທະນະທຳ ຫວຽດນາມ ຢູ່ ລາວ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສູນວັດທະນະທຳ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ - ວັດທະນະທຳ ​ແລະ ທ່ອງທ່ຽວ ລາວ ​ໃຫ້​ຮູ້​ວ່າ: ​ໃນ 20 ປີຜ່ານມາ, ສູນວັດທະນະທຳ ຫວຽດນາມ ຢູ່ ລາວ ​ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ວັດທະນະທຳ ຫວຽດນາມ - ລາວ, ​ເຮັດ​​ໜ້າ​ທີ່​ໂຄສະນາ​ເຜີຍ​ແຜ່​ເປັນ​ຢ່າງ​ດີ ​ແລະ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ - ວັດທະນະທຳ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ​ທຳ​ມາ​ຫາ​ກິນ​ຢູ່ ລາວ. ສູນ​ໄດ້​ກາຍ​ເປັນ​ນັດ​ພົບ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ພະນັກງານ, ປະຊາຊົນ ລາວ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ພິ​ເສດ, ສູນ​ໄດ້​ປະຕິບັດ​ການ​ເຜີຍ​ແຜ່​ພາສາ ຫວຽດນາມ ​ໃຫ້​ພະນັກງານ​ລັດຖະກອນ ​ແລະ ປະຊາຊົນ ລາວ, ຮັກສາ​ພາສາ ຫວຽດນາມ ​ແລະ ວັດທະນະທຳ​ ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລາວ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງວັດ​ທະນະ​ທຳ - ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ສ່ວນ​ບຸກຄົນ ​ແລະ ໝູ່​ຄະນະ​ທີ່​ມີ​ຄຸນ​ງາມ​ຄວາມ​ດີປະກອບສ່ວນ​ໃຫ້ການ​ພັດທະນາ​ຂອງ​ສູນວັດທະນະທຳ ຫວຽດນາມ ຢູ່ ລາວ​ ໃນຕະຫລອດ 20 ປີຜ່ານມາ.

ຂ່າວ/ບົດ​ອື່ນ