ສືບຕໍ່ຍົກສູງຄຸນນະພາບເປັນເສນາທິການຍຸດທະສາດຮັບໃຊ້ການນຳພາຂອງພັກ ແລະ ລັດ


ສືບຕໍ່ຍົກສູງຄຸນນະພາບເປັນເສນາທິການຍຸດທະສາດຮັບໃຊ້ການນຳພາຂອງພັກ ແລະ ລັດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

(vovworld)- ວັນ​ທີ 10/2, ຢູ່​ຮ່າ​ໂນ້ຍ, ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ໄດ້​​ເປັນ​ປະ​ທານຈັດ​ການ​ພົບ​ປະ​ລະ​ຫວ່າງ​ຫ້ອງວ່າ​ການ​ສູນ​ກາງ​ພັກ, ຫ້ອງວ່າ​ການ​ປະ​ທານ​ປະ​ເທດ, ຫ້ອງວ່າ​ການ​ລັດ​ຖະ​ບານ ແລະ ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດເພື່ອ​ແນ​ໃສ່​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ການ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ສົມ​ທົບ​ວຽກ​ງານ​ປີ 2016, ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2017.

     ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ : (ເທບ)

     “ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ໜ້າ​ທີ່ຊຶ່ງ​ໄດ້​ວາງ​ອອກ​ໃຫ້​ແກ່ 4 ຫ້ອງວ່າ​ການ​ແມ່ນ​ໜັກ​ໜ່ວງ​ທີ່​ສຸດ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ຫາຍ​ຕ້ອງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ບັນ​ດາໝາກ​ຜົນ ແລະ ຜົນ​ງານ​ທີ່​ບັນ​ລຸ​ໄດ້, ດຳ​ເນີນ​ການແກ້​ໄຂ, ແຈ້ງ​ຂ່າວ​ຢ່າງ​ທັນ​ການ, ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ, ໄຈ້​ແຍກ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ, ເປັນ​ຕົ້ນ​ແມ່ນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ. ຮັບ​ໃຊ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ລັດ; ເອົາ​ໃຈ​ໃສ່​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ອົງການ​ສຳ​ນັກ​ງານ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ໃຫ້​ໝັ້ນ​ຄົງ, ເຂັ້ມ​ແຂງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 4 ຫ້ອງວ່າ​ການກຳ​ກັນ ແລະ ລະ​ຫວ່າງ 4 ຫ້ອງວ່າ​ການ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ການ​ເມືອງ​ຊຶ່ງ​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ”

ຂ່າວ/ບົດ​ອື່ນ