ສືບ​ຕໍ່​ປ່ຽ​ນ​ແປງ​ໃໝ່ທາງ​ດ້ານ​ເນື້ອ​ໃນ, ແບບວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

(VOVWORLD) -ປີ 2022, ແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການເຄື່ອນໄຫວ, ຕອບສະໜອງຄວາມຮຽກຮ້ອງຕ້ອງກາໜ, ໜ້າທີ່ໃນໄລຍະປະຕິວັດໃໝ່. ຕາມນັ້ນແລ້ວ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສຸມໃສ່ຊີ້ນຳ, ນຳພາປະຕິບັດບັນດາໜ້າທີ່ຫຼັກ.

ສືບ​ຕໍ່​ປ່ຽ​ນ​ແປງ​ໃໝ່ທາງ​ດ້ານ​ເນື້ອ​ໃນ, ແບບວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ - ảnh 1ກອງປະຊຸມຄະນະປະທານຄັ້ງທີ 11(ສະໄໝທີ IX) (ພາບ: qdnd.vn)

ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຄະນະປະທານຄັ້ງທີ 11 (ສະໄໝທີ IX) ຕາມຮູບການທາງໄກ ຈາກສະຖານທີ່ຖ່າຍທອດສົດ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບ 11 ສະຖານທີ່ເຊື່ອມຕໍ່ ຢູ່ບັນດາແຂວງ, ນະຄອນ ທີ່ມີກຳມະການຄະນະປະທານຢູ່ອາໄສ.

ປີ 2021, ການເຄື່ອນໄຫວຂອງວຽກງານແນວໂຮມໄດ້ສ້າງບັນດາຂີດໝາຍທີ່ພົ້ນເດັ່ນຄື: ເຂົ້າຮ່ວມຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ຜັນຂະຫຍາຍ ໂຄງການດຳເນີນງານຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກປະຕິບັດມະຕິກອງປະຊຸມໃຫຍ່, ເຂົ້າຮ່ວມຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19…

ປີ 2022, ແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການເຄື່ອນໄຫວ, ຕອບສະໜອງຄວາມຮຽກຮ້ອງຕ້ອງກາໜ, ໜ້າທີ່ໃນໄລຍະປະຕິວັດໃໝ່. ຕາມນັ້ນແລ້ວ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສຸມໃສ່ຊີ້ນຳ, ນຳພາປະຕິບັດບັນດາໜ້າທີ່ຫຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ