ສືບຕໍ່ສ້າງສຳເລັດຮ່າງບົດລາຍງານ ອະທິບາຍ, ຮັບເອົາ, ປັບປຸງ ຮ່າງກົດໝາຍວ່າດ້ວຍການ ຕ້ອນຮັບພົນລະເມືອງ

ສືບຕໍ່ສ້າງສຳເລັດຮ່າງບົດລາຍງານ ອະທິບາຍ, ຮັບເອົາ, ປັບປຸງ ຮ່າງກົດໝາຍວ່າດ້ວຍການ ຕ້ອນຮັບພົນລະເມືອງ - ảnh 1

(ພາບປະກອບ:laodong.com.vn)

(vovworld)-​​​​ຕອນ​ບ່າຍ​ວັນ​ທີ 29/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ກຳມາ​ທິການກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ຈັດ​ວາລະ​ປະຊຸມ​ຄົບ​ຄະ​ນະຄັ້ງທີ 11, ​ໃຫ້​ຄຳ​ເຫັນ​​ໃສ່ຮ່າງ​ບົດ​ລາຍ​ງານ​ອະທິບາຍ, ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ປະກອບ​ຄຳ​ເຫັນ​ໂດຍ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື: ຊື່​ເອີ້ນ​ຂອງ​ກົດໝາຍ,​ ບັນດາ​ອົງການ​ຈັດຕັ້ງ, ຫົວໜ່ວຍ​ມີ​ຄວາ​ມຮັບຜິດຊອບ​ຕ້ອນຮັບ​ພົນລະ​ເມືອງ, ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວ​ໜ້າ​ອົງ​ການ​ຕ່າງໆ, ຫົວ​ໜ່ວຍ, ອົງ​ການ​ຈັດ​ຕັ້ງ​ໃນ​ການ​ຕ້ອນ​ຮັບ​ພົນ​ລະ​ເມືອງ. ຂັ້ນຕອນ​ການ​ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂ​ກໍລະນີ​ຫຼາຍ​ຄົນ​ພ້ອມ​ກັນມາຮ້ອງທຸກ, ກ່າວ​ຟ້ອງ, ສະ​ເໜີ, ສ່ອງ​ແສງ; ​ເງື່ອ​ນໄຂຮັບປະກັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ພົນລະ​ເມືອງ. ບັນດາ​ຜູ້​ແທນ​ຖືວ່າ, ກົດ​ໝາຍ​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ແລ້ວ​ແຕ່​ຕ້ອງ​ມີ​ບາດກ້າວ​ບຸກທະລຸ​ກ່ວາ​ອີກ.​ ກົດໝາຍຕ້ອງ​ກຳນົດ​ລະອຽດ​ກ່ຽວ​ກັບ​ການ​ປະຕິ​ເສດ​ຕ້ອນຮັບ​ພົນລະ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​ບາງ​ແຫ່ງ​ພວມ​ປະຕິບັດ​ທົດ​ລອງ​ບໍ່​ຈັດຕັ້ງສະພາ ປຊຊ ຂັ້ນ​​ເມືອງ. ຕ້ອງ​ມີ​ລະບົບ​ຕ້ອນຮັບ​ພົນລະ​ເມືອງ​ສະ​ເພາະຂອງ​ສູນ​ກາງ​ພັກ….​ກ່າວ​ຄຳ​ເຫັນ​ສະຫລຸບ, ທ່ານ​ຟານ​ຈຸ​ງລີ ປະທານກຳມາ​ທິການກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້​​ບັນ​ດາຄຳເຫັນ​ປະກອບ​ຂອງ​ບັນດາ​ຜູ້​ແທນ ພ້ອມ​ທັງ​ປາດ​ຖະໜາ​ວ່າ ບັນດາ​ຜູ້​ແທນ​ຈະ​ສືບ​ຕໍ່​ປະກອບ​ຄຳ​ເຫັນ ​ເພື່ອ​ແນ​ໃສ່​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຕ້ອນຮັບ​ພົນລະ​ເມືອງ​ໃຫ້​ສົມບູນ​ແບບ ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບຮອງ​ເອົາ.

ຕອນ​ເຊົ້າ​ວັນ​ທີ 30/8 ຢູ່ ນະຄອນ​ໂຮ່ຈິ​ມີນ, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປຶກສາ​ຫາລື​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ. ທີ່​ການ​ປະຊຸມ, ບັນດາ​ຜູ​້​ແທນ​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິ​ຮູບ​ຕຸລາການ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​​ໃນ​ຕົວ​ຈິງ​ກ່ຽວ​ກັບ​ທະບຽນ​ສານ, ການ​ຢັ້ງຢືນ​ຖືກຕ້ອງ​ກັບ​ຄວາມ​ຈິງ​ປະ​ຈຸ​ບັນ. ຄຳ​ເຫັນ​ຂອງຜູ້​ແທນ​ບາງທ່ານ​ໄດ້​ສະ​ເຫ​ນີວ່າ ຕ້ອງ​ຈັດ​ແບ່ງ​ຢ່າງ​ຈະ​ແຈ້ງ​ລະຫວ່າ​ງລັດ ​ແລະ ພາກ​ເອກະ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ລັດຖະກອນ. ດ້ານ​ອື່ນ ຄວນ​ຫັນປ່ຽນ​ບັນດາ​ຫ້ອງການ​ທະບຽນ​ສານ​ແຫ່ງ​ລັດ​ ​ເປັນ​ຫ້ອງການທະບຽນ​ສານ​ພາກ​ເອກະ​ຊົນ ​ແລະ ສ້າງ​ຕື່ມ​ອີກ​ຫລາຍ​ຫ້ອງການ​ທະບຽນ​ສານ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ຊ່ວຍ​ເຮັດ​ໃຫ້​ກົງຈັກ​ລັດ​ກະທັດ​ລັດ ​ແລະ ປະຕິບັດຫັນການ​ທະບຽນ​ສານ​ເປັນ​ບັນຫາ​​ໃນສັງຄົມ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ