ສືບຕໍ່ເປັນເຈົ້າການ, ຢືດໝັ້ນໃນໄລຍະທາງຕໍ່ໜ້າ

ສືບຕໍ່ເປັນເຈົ້າການ, ຢືດໝັ້ນໃນໄລຍະທາງຕໍ່ໜ້າ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ
(ພາບ​ອີນ​ເຕີ​ແນັດ)

(vovworld) - ​​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2017, ທ່ານ​ປະ​ທານ​ປະ​ເທດ ​ເຈີນ​ດ້າຍກວາງ, ໄດ້​ແບ່ງ​ປັນ​ກັບ​ສື່ມວນ​ຊົນ​ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ງານ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັ​ງຄົມ, ກາ​ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ບັນ​ດາ​ຂໍ້​ສັງ​ເກດ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ຕໍ່​ຄວ​າ​ມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຄວາມ​ຕັດ​ສິນ​ໃຈ​ຂ​ອງ​ທົ່ວ​ຊາດ, ຂອງ​ທັງ​ລະ​ບົບ​ການ​ເມືອງ​ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​​​ໄລ​ຍະ​ທາງ​ຕໍ່​ໜ້າ.

        ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ຜົນງານ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2016, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ​ ໃຫ້​ຮູ້​ວ່າ, ນີ້​ເປັນ​ປີ​ທຳ​ອິດ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ, ມີ​ການ​ຜັນ​ແປ​ສັບ​ສົ​ນ​ຫຼາຍ​ຢ່າງ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທີ່​ໃຫຍ່​ຫຼວງ; ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໄດ້​ຮັບ​ຄວາມເອົາ​ໃຈ​ຫຼາຍ​ກ່ວາ; ​ຫວຽດ​ນາມ ໄດ້​ຕັດ​ສິນ​ໃຈ, ຢືດໝັ້ນ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບໄວ້​ຢ່າງ​ໝັ້ນຄົງ​; ການ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້​ນັບເລິກ​ເຊິ່ງ, ກວ້າງ​ຂວາງ, ມີ​ປະ​ສິດ​ທິ​ຜົນ ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

        ​ເມື່ອຕີ​ລ​າ​ຄາ​ກ່ຽວ​ກັບ​ວ​ຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ທ່ານ​ປະ​ທານ​ປະ​ເທດຢືນ​ຢັນ​ວ່າ, ພັກ, ລັດ ກຳ​ນົດ​ວ່າ ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ, ນຳ​ພາ, ການຊີ້​ນຳ​ເປັນ​ປະ​ຈຳ, ຕໍ່​ເນື່ອງ, ລະ​ດົມ​ກຳ​ລັງ​ແຮງ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ຂອງ​ປະ​ຊາ​ຊົ​ນ​ທຸກ​ຊັ້ນ​ວັນ​ນະ, ຍົກ​ສູງ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ​ໃນ​ການ​ຕໍ່​ສູ້​, ປ້ອງ​ກັນ, ຕ້ານ​ການ​ຟຸມ​ເຟືອຍ ທີ່​ຫຍຸ້ງ​ຍາກ. ຕີ​ລາ​ຄາ​ກ່ຽວ​ກັບບັນ​ດາ​ຜົນກາ​ນ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາ​ດ​ໃນ​ປີ 2016, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ກ່ຽ​ວ​ກັບ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ປະ​ຕິ​ບັດ​ແນວທາງ​ການ​ຕ່າງ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ…

        ທ່ານ​ປະ​ທານ​ປະ​ເທດ​ປາດ​ຖະ​ໜາ​ວ່າ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມາ​ນະ​ພະ​ຍາ​ຍາມ​ໃນ​ຖາ​​ນະ​ຕຳ​ແໜ່ງ​ຂອງ​ຕົນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ; ສາ​ມັກ​ຄີ, ສູ້​ຊົນ​ເພື່ອ​​ເຮັດ​ໃຫ້​ປະ​ເທດ​ໃຫ​້​ນັບ​ມື້​ນັບຈະ​ເລ​ີນ​ຮ​ຸ່ງ​ເຮືອງ.

ຂ່າວ/ບົດ​ອື່ນ