ສປຊ ກຳນົດເວລາ ຈັດກອງປະຊຸມເຊີແນວ 2


ສປຊ ກຳນົດເວລາ ຈັດກອງປະຊຸມເຊີແນວ 2 - ảnh 1

 ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ

(ພາບ: TTXVN)

 (vovworld)-  ​​​ກອງ​ປະຊຸມ​ກ່ຽວ​ກັບ​ຊີຣີ ຫຼື​ເອີ້ນ​ວ່າ​ກອງ​ປະຊຸມ​ເຊີ​ແນວ 2 ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 22/1/2014. ບັນດາ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ຊີຣີ ​ແລະ ຝ່າຍ​ລຸກ​ຮຶ້ຂຶ້ນຈະ​ດຳ​ເນີນ​ການ​ເຈລະຈາ​ຄັ້ງທຳ​ອິດ​ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ກ່ອນ​ນີ້ 32 ​ເດືອນ. ​ໃນ​ແຈ້ງ​ການ​ຂອງ ສປຊ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ເນັ້ນໜັກ​ວ່າ: ກອງ​ປະຊຸມ​ຄັ້ງຈະ​ມາ​ເຖິງ​ນີ້​ຈະແມ່ນ “ພາລະ​ກຳ​ແຫ່ງ​ຄວາມ​ຫວັງ“ ​ເພື່ອ​ແນ​ໃສ່​ຢຸດຕິ​ເສິກ​ກາງ​ເມືອງ​ຢູ່​ຊີຣີ. ທ່າ​ນ​ໄດ້​ຢ້ຳຄືນ​ຈຸດປະສົງ​ຂອງກອງ​ປະຊຸມ​ເຊີ​ແນວ 2 ​ແມ່ນ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ແຈ້ງ​ການ​ເຊີ​ແນວ ຊື່​ງ​ໄດ້​ຮັບ​ການ​ຮັບຮອງ​ທີ່​ກອງ​ປະຊຸມ​ກຸ່ມ​ເຄື່ອນ​ໄຫວ​ເພື່ອ​ຊີຣີ ຈັດ​ຂຶ້ນ​ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ ​ເມື່ອ​ເດືອນ 6/2012 ຜ່ານ​ມາ. ກອງ​ປະຊຸມ​ເຊີ​ແນວ 2 ຖືກ​ຖື​ວ່າ ຈະ​ນຳ​ມາ​ເຊິ່ງຄວາມ​ຫວັງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີຣີ ຊື່​ງ​ໄດ້​ເຮັດ​ໃຫ້​ປຊຊ ກ່ວາ 100.000 ຄົນ​ເສຍ​ຊີວິດ, ນັບ​ລ້ານ​ຄົນ​​ເສຍ​ເຮືອນ​ຊານ ກໍ່​ຄືຕ້ອງ​ໄປ​ຫລີກ​ໄພຢູ່​ຕ່າ​ງປະ​ເທດ ​ແລະ ກໍ່​ໃຫ້​ເກີດ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ./.

ຂ່າວ/ບົດ​ອື່ນ