ສປຊ ຊຸກຍູ້ການເຄື່ອນໄຫວ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030

(VOVWORLD) -6 ຄົນທີ່ມີຜົນສະທ້ອນຫຼາຍທີ່ສຸດໃນບັນດາຂົງເຂດທີ່ແຕກຕ່າງກັນໃນໂລກ ໄດ້ເຂົ້າຮ່ວມ ກຸ່ມຂົນຂວາຍເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂັ້ນສູງ ຂອງເລຂາທິການໃຫຍ່ ສປຊ

ວັນທີ 9 ພຶດສະພາ, 6 ຄົນທີ່ມີຜົນສະທ້ອນຫຼາຍທີ່ສຸດໃນບັນດາຂົງເຂດທີ່ແຕກຕ່າງກັນໃນໂລກ ໄດ້ເຂົ້າຮ່ວມ ກຸ່ມຂົນຂວາຍເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂັ້ນສູງ ຂອງເລຂາທິການໃຫຍ່ ສປຊ ເພື່ອປະຕິບັດຄໍາໝັ້ນສັນຍາບັນລຸໄດ້ 17 ເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຕົວຈິງ, ໂດຍອີງໃສ່ບັນດາຫົວຂໍ້ຄື: “ສັນຕິພາບ, ວັດທະນາຖາວອນ, ມະນຸດ, ດາວພະເຄາະ ແລະ ການພົວພັນຄູ່ຮ່ວມມື”. ບັນດາສະມາຊິກໃນກຸ່ມຂົນຂວາຍ SDGs ທັງໝົດ ໃຫ້ຄໍາໝັ້ນສັນຍາວ່າ ຈະປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ເປັນແຫຼ່ງບັນດານໃຈໃຫ້ແກ່ປະຊາຄົມ ເພື່ອໃຫ້ມີຄວາມປາດຖະໜາໃຫຍ່ກວ່າ ແລະ ຊຸກຍູ້ການກະທໍາໃຫ້ໄວກວ່າ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030, ລວມທັງຢຸດຕິໄພອຶດຫິວທຸກຍາກ ແລະ ປັບປຸງການເບິ່ງແຍງດູແລສຸຂະພາບໃຫ້ໝົດທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ