ຊາວອົບພະຍົບ
ພາບ:dantri
|
(vovworld)- ວັນທີ7/11, ທ່ານ Peter Sutherland, ທູດພິເສດ ສປຊ ກ່ຽວກັບບັນຫາອົບພະຍົບສາກົນ ໄດ້ຮຽກຮ້ອງອັງກິດ ຕ້ອງມີຄວາມຮັບຜິດຊອບກວ່າຕໍ່ວິກິດການຊາວອົບພະຍົບຢູ່ ເອີລົບ, ເປັນຕົ້ນໃນສະພາບການທີ່ລະດູຫນາວໃກ້ຈະວຽນມາ ແລະ ຈະມີຊາວອົບພະຍົບນັບລ້ານໆຄົນຖືກຜົນສະທ້ອນຈາກອາກາດຮ້າຍແຮງນີ້. ກາວຄຳເຫັນພາຍຫລັງ ສະພາເອີລົບ ຄາດວ່າ ຈະມີຊາວອົບພະຍົບຕື່ມອີກ 3 ລ້ານຄົນ ຈະໄປເຖິງບັນດາປະເທດ ສະຫະພາບເອີລົບ EU ໃນທ້າຍປີຈະມາເຖິງ ແລະ ຕົວເລກດັ່ງກ່າວຈະບໍ່ຫລຸດລົງຈົນຮອດປີ 2017. ທ່ານ Peter Sutherland ຖືວ່າ: ການແກ້ໄຂວິກິດການຊາວອົບພະຍົບບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງບັນດາປະເທດນອນໃນເສັ້ນທາງທີ່ຊາວອົບພະຍົບໄປຜ່ານຄື ອີຕາລີ ແລະ ເກຼັກ.