ສ​ປ​ປ. ລາວ ຈັດ​ພິ​ທີ​ສົ່ງຄະ​ນະ​ນັກ​ກິ​ລາ​ໄປ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ ຄັ້ງ​ທີ 31

(VOVWORLD) -ຄະນະນັກກິລາ ລາວ ເຂົ້າຮ່ວມ ຊີເກມ 31 ລວມມີ 435 ຄົນ, ບັນດານັກກິລາ ລາວ ຈະເຂົ້າຮ່ວມການແຂ່ງຂັນໃນ 29 ປະເພດກິລາ. 
ສ​ປ​ປ. ລາວ ຈັດ​ພິ​ທີ​ສົ່ງຄະ​ນະ​ນັກ​ກິ​ລາ​ໄປ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ ຄັ້ງ​ທີ 31 - ảnh 1ພິທີຈັດສົ່ງຄະນະນັກກິລາລາວ ໄປເຂົ້າຮ່ວມຊີເກມ (ພາບ: ນັກຂ່າວ VOV)

ຕອນບ່າຍວັນທີ 4 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີຈັດສົ່ງຄະນະນັກກິລາ ລາວ ໄປເຂົ້າຮ່ວມງານມະຫາກຳກິລາ ຊີເກມ 31 ຢູ່ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ພຸດ ສິນມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ໃຫ້ຮູ້ວ່າ ຄະນະນັກກິລາ ລາວ ເຂົ້າຮ່ວມ ຊີເກມ 31 ລວມມີ 435 ຄົນ, ບັນດານັກກິລາ ລາວ ຈະເຂົ້າຮ່ວມການແຂ່ງຂັນໃນ 29 ປະເພດກິລາ. ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ກໍຫວັງວ່າ ຄະນະນັກກິລາລາວ ຈະສາມັກຄີກັນ, ນຳເອົາຈິດໃຈ ແລະ ມານະຈິດທັງໝົດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ; ແຂ່ງຂັນດ້ວຍນ້ຳໃຈກິລາອັນສູງສົ່ງ, ກ້າຫານ, ມີຫົວຄິດປະດິດສ້າງ, ສັດຊື່ບໍລິສຸດເພື່ອບັນລຸໄດ້ຜົນງານສູງໃນຊີເກມ 31.

ຢູ່ ຊີເກມ 30 ທີ່ຈັດຂຶ້ນຢູ່ ຟີລິບປິນ, ຄະນະນັກກິລາ ລາວ ຍາດໄດ້ຫຼຽນຄຳ 35 ຫຼຽນ, ເຊິ່ງຢືນອັນດັບທີ 10 ໃນຈຳນວນ 11 ປະເທດເຂົ້າຮ່ວມ.

ເຈິ່ນຕວັນ - ດັ້ງຖຸ່ຍ, ນັກຂ່າວ VOV ປະຈຳ ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ