ສ​ປ​ປ.ເກົາຫຼີ​ ຍິງ ວັດ​ຖຸ 3ຢ່າງ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ລົງ​ທະ​ເລ​ຍີ່​ປຸ​່ນ

(VOVWORLD) -ສະພາທີ່ປຶກສາຫົວໜ້າທະຫານປະສົມສ.ເກົາຫຼີ (JSC) ໄດ້ແຈ້ງໃຫ້ຊາບວ່າ ໃນວັນທີ 9/3 ສປປ.ເກົາຫຼີ ໄດ້ຍິ່ງວັນຖຸ 3 ຢ່າງທີ່ຍັງບໍ່ທັນຢັ້ງຢືນໄດ້ລົງທະເລ ຍີ່ປຸ່ນ.
ສ​ປ​ປ.ເກົາຫຼີ​ ຍິງ ວັດ​ຖຸ 3ຢ່າງ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ລົງ​ທະ​ເລ​ຍີ່​ປຸ​່ນ - ảnh 1ເຫດຍິງປືນໃຫຍ່ໄລຍະກາງຂອງ ສປປ.ເກົາຫຼີ (ພາບ: TTXVN)

ໃນແຈ້ງການສັ້ນ, JSC ໃຫ້ຮູ້ວ່າ ບັນດາວັດຖຸດັ່ງກ່າວໄດ້ຍິງຕາມທິດຕາເວັນອອກສ່ຽງເໜືອຈາກບັນດາເຂດທີ່ໃກ້ກັບເທດສະບານທາງທິດຕາເວັນອອກ Sondok ຢູ່ແຂວງ Hamgyong. ປັດຈຸບັນຍັງບໍ່ທັນມີຂໍ້ມູນຂ່າວສານລະອຽດຕື່ມອີກກ່ຽວກັບວັດຖຸດັ່ງກ່າວ. JSC ຢັ້ງຢືນວ່າ ກອງທັບ ສ.ເກົາຫຼີ ພວມຕິດຕາມກວດກາສະພາບການໃນກໍ່ລະນີມີບັນດາເຫດຍິງ ຕ່າງໆ ແລະ ຮັກສາທ່າກຽມພ້ອມສູ້ຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ