ສປປ.ເກົາຫຼີ ປະຕິເສດຂໍ້ສະເໜີເຈລະຈາກ່ຽວກັບການເຕົ້າໂຮມບັນດາຄອບຄົວຖືກພັດພາກຈາກກັນ

ສປປ.ເກົາຫຼີ ປະຕິເສດຂໍ້ສະເໜີເຈລະຈາກ່ຽວກັບການເຕົ້າໂຮມບັນດາຄອບຄົວຖືກພັດພາກຈາກກັນ - ảnh 1
(ພາບ: Washington Post)

(vovworld) - ​ວັນ​ທີ 11/07, ສຳນັກ​ຂ່າວ​ສານ Yonhap ຂອງ ສ.​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ​ກະຊວງ​​ທ້ອນ​ໂຮ​ມປະ​ເທດ​ເປັນເອກະ​ພາບ​ຂອງ​ສ.​ເກົາຫຼີ ​ໂດຍໃຫ້​ຮູ້​ວ່າ ສປປ.​ເກົາຫຼີ ​ໄດ້​ຖອນຄື​ນ​ຂໍ້ສະ​ເໜີ​ເຈລະຈາ​ກັບສ.​ເກົາ​ຫຼີ ກ່ຽວ​ກັບ​ການ​ເຊື່ອ​ຕໍ່​ລາຍການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ຖືກ​ພັດ​ພາກ​ຈາກ​ກັນ ​ແລະ ບັນດາ​ລາຍການ​ທ່ອງ​ທ່ຽວ​ເຖິງ​ພູ Kumgang. ຖະ​ແຫຼ​ງການ​ດັ່ງກ່າວ​ຖືກ​ພຽງ​ຢາງ ຍົກ​ອອກ​ມາ ພາຍຫຼັງ 1 ວັນ​ທີ່ 2 ພາກ​ເກົາຫຼີ ​ເຫັນ​ດີ​ບົນຫຼັກການ​ຈັດ​ຕັ້ງ​ການ​ເຈລະຈາ​ກ່ຽວ​ກັບ​ລາຍການເຕົ້າ​ໂຮມ​ບັນດາ​ຄອບຄົວ​ຖືກ​ພັດ​ພາກ​ຈາກ​ກັນ ລະຫວ່າງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຄະນະ​ກຳມະການ​ກາແດງ 2 ຝ່າຍ. ຕາມກະຊວງທ້ອນໂຮມ​ປະ​ເທດ​ຊາດ​ເປັນ​​ເອກະ​ພາບ​ສ.​ເກົາຫຼີ​ ​ແລ້ວ, ສປປ.​ເກົາຫຼີ ​ໄດ້​ຖອນ​ຄືນ​ຂໍ້​ສະ​ເໜີ​ດັ່ງກ່າວ ​ເພື່ອສຸມ​ໃສ່​ເຂົ້າ​ໃນ​ການ​ປຶກສາ​ຫາລື​ສະ​ເພາະກ່ຽວ​ກັບ​ການ​ເປີດ​ປະຕູ​ເຂດ​ອຸດສາຫະກຳ​ຮ່ວມ Keasong ຄືນ​ໃໝ່. ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດ່ຽວ​ກັບ, ທ່ານ​ລັດຖະມົນຕີກະຊວງ​​ທ້ອນໂຮມ​ປະ​ເທດ​ຊາດ​ເປັນເອກະ​ພາບ​ ສ.​ເກົາຫຼີ Ryoo Kihl Jae ​ຖືວ່າ ​ເລື່ອງ 2 ປະ​ເທດ​ພວມ​ບັນລຸຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ບັນຫາ Kaesong ສາ​ມາດ​ຈະພາ​ໄປ​ເຖິງ​ເລື່ອງ​ຊອກ​ຫາ​ມາດ​ຕະການ​ເຊື່ອມ​ຕໍ່​ລາຍການ​ທ່ອງ​ທ່ຽວ​ເຖິງ​ພູ Kumgang ​ເຊິ່ງພວມ​ຖືກ​ຢຸດຕິ​ໄວ້.

ຂ່າວ/ບົດ​ອື່ນ