ສ​ປ​ປ.ເກົາຫຼີ​ໄດ້​ຍິງ​ລູກ​ສອນ​ໄຟຕິດ​ປີກຫຼາຍລູກ​ອອກ​ສູ່​ທະ​ເລເຫຼືອງ

(VOVWORLD) - ສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ໄດ້ຄັດສະເໜີແຫຼ່ງຂ່າວຈາກກອງທັບປະເທດນີ້ ທີ່ໄດ້ປະກາດໃນວັນທີ 22 ກໍລະກົດວ່າ ຕອນ 4 ໂມງເຊົ້າ ສປປ.ເກົາຫຼີໄດ້ຍິງລູກສອນໄຟຕິດປີກຫຼາຍລູກອອກສູ່ທະເລ ເຫຼືອງ.

ສ​ປ​ປ.ເກົາຫຼີ​ໄດ້​ຍິງ​ລູກ​ສອນ​ໄຟຕິດ​ປີກຫຼາຍລູກ​ອອກ​ສູ່​ທະ​ເລເຫຼືອງ - ảnh 1ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ (ພາບ: KCNA)

ແຈ້ງການຂອງສະພາເສນາທິການໃຫຍ່ ກອງທັບຮ່ວມສຳພັນ ສ.ເກົາຫຼີ (JCS) ໄດ້ເນັ້ນໜັກວ່າ ບັນດາອົງການສືບລາຊະການລັບຂອງ ສ.ເກົາຫຼີ ແລະ ອາເມລິກາ ພວມໄຈ້ແຍກບັນດາເຫດຍິງລູກສອນໄຟນີ້ເພື່ອຊອກຮູ້ຕື່ມອີກກ່ຽວກັບລູກສອນໄຟຊະນິດຕ່າງໆທີ່ໄດ້ຍິງ ແລະ  ບັນດາຂໍ້ມູນລະອຽດອື່ນ.

ເຫດຍິງລູກສອນໄຟດັ່ງກ່າວໄດ້ດຳເນີນພາຍຫຼັງ 3 ວັນ ເມື່ອສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນອອກສູ່ທະເລທາງທິດຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ