ສື່ມວ​ນ​ຊົນ ເອີ​ລົບ ເນັ້ນ​ໜັກ​ບົດ​ບາດ, ຂີດ​ໝາຍ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ

(VOVWORLD) - ວັນທີ 19 ກໍລະກົດ, ບັນດາສຳນັກຂ່າວສານ ແລະ ອົງການສື່ມວນຊົນໃຫ່ຍຂອງ ເອີລົບຄື   Le Monde,  Le Figaro, The Guardian, Reuters,  RFI…ລ້ວນແຕ່ໄດ້ໃຫ້ຂ່າວ ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ  ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ແລະ ທົບທວນຄືນບັນດາຂີດໝາຍດ້ານການທູດຂອງທ່ານ.
ສື່ມວ​ນ​ຊົນ ເອີ​ລົບ ເນັ້ນ​ໜັກ​ບົດ​ບາດ, ຂີດ​ໝາຍ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ - ảnh 1

(ພາບ: Le Monde)

     ໜັງສືພິມ Le Monde, Le Figaro, ວິທະຍຸ RFI ລ້ວນແຕ່ໃຫ້ຂ່າວທ່ານເລຂາທິການໃຫ່ຍ   ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ລວມມີອາຍຸ 80 ປີ ແລະ ລົງບົດລະອຽດກ່ຽວກັບຊີວະປະຫວັດຫຍໍ້ ຊີວິດຂອງທ່ານພ້ອມກັບບັນດາຂີດໝາຍສຳຄັນ.

    ໜັງສືພິມ Guardian, Reuters ໄດ້ລົງບົດຂຽນຍົກອອກບົດບາດນຳພາຂອງ ເລື່ອງ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນກ່ວາ 1 ທົດສະວັດທີ່ຜ່ານມາ ເມື່ອ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕເສດຖະກິດໄວວາ ແລະ ຍົກສູງການພົວພັນກັບບັນດາປະເທດໃນໂລກ.

   ບັນດາສຳນັກຂ່າວສານ ເອີລົບ ລ້ວນແຕ່ໄດ້ເນັ້ນໜັກຂີດໝາຍຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນການພົວພັນກັບຕ່າງປະເທດ ຊື່ງບັນລຸໄດ້ຜົນສຳເລັດຫຼາຍຢ່າງ ດ້ວຍນະໂຍບາຍ “ການທູດໄມ້ໃຜ່” ຂອງຕົນ, ພ້ອມທັງໄດ້ລົງພິມບົດຂຽນກ່ຽວກັບຄວາມປະທັບໃຈອັນເລິກເຊິ່ງຂອງປະທານາທິບໍດີ ອາເມລິກາ Joe Biden,, ປະທານປະເທດ ຈີນ ສືຈິນຜິງ ແລະ ປະທານາທິບໍດີ ລັດເຊຍ Vladimir Poutine ກ່ຽວກັບທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຄືດັ່ງ “ເພື່ອຜູ້ທີ່ສະໜິດສະໜົມ, ການນຳຜູ້ມີວິໄສທັດກ້ວາງໄກ, ຜູ້ເຄີຍເປັນຂົວຕໍ່ລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນຫຼາຍທົດສະວັດ”.

           

ຕອບກັບ

ຂ່າວ/ບົດ​ອື່ນ