ສຸມໃສ່ແກ້ໄຂສະພາບການເອກະສານຄ້າງຄາ,ເດັດຂາດບໍ່ປະໃຫ້ມີຊ່ອງຫວ່າງດ້ານນິຕິກຳ

ສຸມໃສ່ແກ້ໄຂສະພາບການເອກະສານຄ້າງຄາ,ເດັດຂາດບໍ່ປະໃຫ້ມີຊ່ອງຫວ່າງດ້ານນິຕິກຳ - ảnh 1
ສຸມໃສ່ແກ້ໄຂສະພາບການເອກະສານຄ້າງຄາ
ເດັດຂາດບໍ່ປະໃຫ້ມີຊ່ອງຫວ່າງດ້ານນິຕິກຳ

(vovworld) - ​​ ຕອນ​ບ່າຍ​ວັນ​ທີ 30/06 ທ່ານ ມາຍ​ຕ໋ຽນຢຸງ ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ສະໜອງຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນດາ​ເອກະສານກຳນົດ​ຢ່າງ​ລະອຽດ ​ແນະນຳ​ການ​ປະຕິບັດ​ກົດໝາຍ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ແລະ ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ. ທ່ານ ມາຍ​ຕ໋ຽນຢຸງ ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ວຽກງານ​ກໍ່ສ້າງ ​ແລະ ສ້າງສຳ​ເລັດລະບອບ​ທີ່ໄດ້​ຮັບ​ການ​ກຳນົດ​ຈາກ​ລັດຖະບານ ​ແລະ ນາຍົກ​ລັດຖະມົນຕີແມ່ນ​ໜ້າ​ທີ່ຈຸ​ດສຸມ, ບຸລິມະສິດ​ແຖວ​ໜ້າ​​; ​ໃນ​ນັ້ນ ສຸ​ມ​ໃສ່​ແກ​້​ໄຂ​ຄວາມ​ຫຍຸ້ງຍາກຕິດ​ຂັດ, ​ລົບ​ລ້າງບັນດາ​ຮົ້ວ​ກີດຂວາງ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​​ໃຫ້​ແກ່​ປະຊາຊົນ, ວິ​ສາ​ຫະກິດ…ທ່ານ​ລັດຖະມົນຕີ ມາຍ​ຕ໋ຽນຢຸງ ​ເນັ້ນ​ໜັກ​ວ່າ: ການ​ສ້າງສຳ​ເລັດ​ກົດໝາຍ​ແມ່ນ​ວິວັດ​ການ​ຢ່າງຕໍ່​ເນື່ອງ; ຄວນ​ສືບ​ຕໍ່​ກວດກາ, ຕີ​ລາຄາ, ພົບ​ເຫັນ ​ແລະ ປັບປຸງຢ່າງ​ທັນ​ການ, ​ເພີ່ມ​ເຕີມ ຫຼື ຍົກ​ເລີກ​ບັນດາ​ຂໍ້​ກຳນົດ​ມຮາບໍ່​ສົມ​ເຫດ​ສົມ​ຜົນ​, ນັບທັງ​ບັນດາ​ຂໍ້​ກຳ​ນົດທີ່​ລະດັບ​ໃນ​ບັນດາ​ກົດໝາຍ, ລັດຖະບັນຍັດ ​ແລະ ​ເອກະສານ​ກຳນົດ​ລະ​ອຽ​ດ, ​​ແນະນຳ​ການ​ປະຕິບັດ.

ຂ່າວ/ບົດ​ອື່ນ