ສຸມໃສ່ແກ້ໄຂສະພາບຄ້າງໜີ້ເອກະສານ, ຍົກສູງຄຸນນະພາບພະນັກງານຍຸຕິທຳ

ສຸມໃສ່ແກ້ໄຂສະພາບຄ້າງໜີ້ເອກະສານ, ຍົກສູງຄຸນນະພາບພະນັກງານຍຸຕິທຳ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຮ່າ​ຮຸ່ງ​​ເກືອ​ງທີ່ວາລະຊກຖາມ
(ພາບ:nguoidaibieu)

(vovworld)- ສຸມ​ໃສ່​ແກ້​ໄຂ​ສະພາບ​ຄ້າງ​ໜີ້ເອກະສານ, ຍົກ​ສູງ​ຄຸນ​ນະພາ​ບພະນັກງານ​ຍຸຕິ​ທຳ. ນີ້​ແມ່ນ​ເນື້ອ​ໃນ 2 ປະການ​ໂດຍ​ບັນດາ ສ.ສ.ຊ ​ໄດ້​ເຕື້ອງ​ເຖິງ​ໃນ​ວາລະ​ຊັກ​ຖາມ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຮ່າ​ຮຸ່ງ​​ເກືອ​ງ​ເມື່ອ​ຕອນ​ບ່າຍ​ວັນ​ທີ 11/6.

   ກ່ຽວ​ກັບ​ກຳລັງ​ຄວາ​ມສາມາດຂອງ​ຖັນ​ແຖວພະນັກງານ​​ເຮັດ​ວຽກ​ງານຍຸຕິ​ທຳ, ​ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຮ່າ​ຮຸ່ງ​​ເກືອ​ງ ​ໃຫ້​ຮູ້​ວ່າ ຍັງ​ມີ​ສິ່ງ​ຈຳກັດ, ດັ່ງ​ນັ້ນ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ສ້າງ​ກົດໝາຍ, ພິ​ເສດແມ່ນໃນການຈັດຕັ້ງປະຕິບັດ ກົດໝາຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ ເຂົ້າກັບສາກົນ, ​ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຮ່າ​ຮຸ່ງ​​ເກືອ​ງຢືນຢັນ​ວ່າ :

    “ ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ວຽກ​ງານ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ປີ 2013, ນາ​ຍົກ​ລັດຖະມົນຕີ​​ໄດ້​ອະນຸມັດ​ຜ່ານ​ທັງ 2 ​ແຜນ​ຮ່າງ​ກໍ່ສ້າງ​ມະຫາວິທະຍາ​ໄລ​ກົດໝາຍ​ໃຫຍ່ 2 ​ແຫ່ງ​ຢູ່​ພາກ​ເໜືອ ​ແລ​ະ ພາກ​ໃຕ້​ເພື່ອ​ກາຍ​ເປັນ​ບັນດາ​ໂຮງຮຽນ​ຈຸດ​ສຸມ ກໍ່ສ້າງ​ພະນັກງານ​ກົດໝາຍ​ທີ່​ມີ​ລະດັບ​ປະ​ລີ​ນຍາ​ຕີຂຶ້ນ​ໄປ. ສະ​ຖາ​ບັນ​ຍຸດຕິ​ທຳ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ເປັນ​ສູນ​ກໍ່ສ້າງ​ພະນັກງານ​ຍຸດຕິ​ທຳ​ຂອງ​ປະ​ເທດ​ຊາດ. ປະຈຸ​ບັນ, ປະ​ເທດ​ຊາດ​ພວມ​ຕ້ອງການ​ບໍ່​ພຽງ​ແຕ່​ດ້ານ​ຈຳນວນ​ພະນັກງານ​ເທົ່າ​ນັ້ນ, ຫາກ​ຍັງ​ຄຸນ​ນະພາ​ບອີກ​ດ້ວຍ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ການເຊື່ອມໂຍງ ເຂົ້າກັບສາກົນ ” 

ຂ່າວ/ບົດ​ອື່ນ