ສີລັງການ ຮັບຮອງເອົາ ຂໍ້ຕົກລົງຂາຍທ່າກຳປັ່ນໃຫ້ແກ່ ຈີນ

(VOVWORLD) - ວັນທີ 25 ກໍລະກົດ, ລັດຖະບານ ສີລັງກາ ໄດ້ຮັບຮອງເອົາຂໍ້ຕົກລົງທີ່ຖືກໂຈະໄວ້ໃນໄລຍະຍາວ ກ່ຽວກັບເລື່ອງຂາຍ 70% ຫຸ້ນສວນຢູ່ ທ່າກຳປັ່ນ ໂດຍຈີນ ກໍ່ສ້າງ ລວມມູນຄ່າ 1,2 ຕື້  USD ໃຫ້ແກ່ຈີນ. 
ສີລັງການ ຮັບຮອງເອົາ ຂໍ້ຕົກລົງຂາຍທ່າກຳປັ່ນໃຫ້ແກ່ ຈີນ  - ảnh 1 ພາບປະກອບ

ທ່ານ ລັດຖະມົນຕີ ທ່າກຳປັ່ນ ແລະ ຂົນສົ່ງທາງທະເລ ສີລັງກາ Mahinda Samarasinghe ໃຫ້ຮູ້ວ່າ: ຄະນະລັດຖະບານໄດ້ຮັບຮອງເອົາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ ອົງການຄຸ້ມຄອງທ່າກຳປັ່ນ ສີລັງກາ ແລະ ບໍລິສັດ Merchants Holding Co ຂອງຈີນ ເມື່ອທ້າຍອາທິດຜ່ານມາ. ຕາມທ່ານ Samarasinghe ແລ້ວ, ບໍລິສັດຂອງຈີນ ຈະຮັບຜິດຊອບບັນດາການເຄື່ອນໄຫວດ້ານການຄ້າ ແລະ  ລົງທຶນ 1,12 ຕື້  USD ເຂົ້າທ່າກຳປັ່ນ ຕັ້ງຢູ່ມໍ່ກັບບັນດາເສັ້ນທາງທະເລທີ່ສຳຄັນນີ້.

ໂດຍຕັ້ງຢູ່ທີ່ຕັ້ງຍຸດທະສາດທາງທິດໃຕ້ ສີລັງກາ, ທ່າກຳປັ່ນ Hambantota ມີຄວາມສາມາດບົ່ມຊ້ອນກາຍເປັນສ່ວນຫນຶ່ງສຳຄັນໃນສາຍພົວພັນດ້ານການຄ້າທາງທະເລສາກົນ ເຊື່ອມຕໍ່ ອາຊີ ແລະ ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ