ສສຊປາດຖະໜາວ່ານາຍົກລັດຖະມົນຕີຄົນໃໝ່ຈະສະແດງຄຸນນະທາດຂອງຜູ້ທີ່ເປັນຫົວໜ້າລັດຖະບານຢ່າງຈະແຈ້ງ

ສສຊປາດຖະໜາວ່ານາຍົກລັດຖະມົນຕີຄົນໃໝ່ຈະສະແດງຄຸນນະທາດຂອງຜູ້ທີ່ເປັນຫົວໜ້າລັດຖະບານຢ່າງຈະແຈ້ງ - ảnh 1
(ພາບ​ປະ​ກອບ)

(vovworld) - ​​ເມື່ອ​ແລກ​ປ່ຽນ​ຢ​ູ່ນອກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​​ສະ​ພາ​ແຫ່ງ​ຊາດໄວ້​ວາງ​ໃຈເລືອກ​ຕັ້ງທ່ານ ຫງວຽນ​ຊວນ​ຟຸກ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ແບ່ງ​ປັນ​ຄວາມ​ຫວັງ​ວ່າ, ລັດ​ຖະ​ບານ​ຈະ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ງົບ​ປະ​ມານ ດ້ວຍການ​ຫຼຸດ​ຜ່ອນ​ລາຍ​ຈາຍ​ພາກ​ລັດ, ປະ​ຕິ​ບັດ​ການ​ປະ​ຢັດ; ສ້າງ​ກົງ​ຈັກ​ລັດ​ຢ່າງ​ກະ​​ທັດ​ລັດ; ​ສຸມ​ແຫຼ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ເສ​ດ​ຖະ​ກິດ… ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ. ຕາມ​ທ່ານ ເຈີນ​ວັນ​ບານ, ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ແຂວງ ບິ່ງດິ້ງ ແລ້ວ, ​ເມື່ອຮັບ​ບົດ​ບາດ​ໜ້າ​ທີ່​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ ແມ່ນ​ວຽກ​ງານ​ໜັກ​ໜ່ວງ​ທ​ີ​່​ສຸດ​ສຳ​ລັບ​ຜູ້​ນຳ​ລັດ​ຖະ​ບານ.

        “ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ແກ້​ໄຂ​ບັນ​ດາ​ສິ່ງ​ທີ່​ຍັງຄົງ​ຄ້າງນັ້ນ​ແມ່ນ ບັນ​ຫາ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລ​າດ​ບັງ​ຫຼວງ ແລະ ບັນ​ຫາ​ທີ 2 ແມ່ນ​ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ກຳ​ແໜ້ນ​ໄດ້​ບັນ​ດາ​ສິ່ງ​ທີ່​​ຍັງຄົງ​ຄ້າງ​​ຂັດ​ແລ້ວ ເພື່ອ​ນຳ​ປະ​ເທດ​ຊາດ​ເຊື່ອ​ມ​ໂຍງ​​​ໃຫ້​ດີກວ່າ. ພ້ອມ​ທັງ​ມີ​ບັນ​ດາ​ນະ​ໂຍ​ບາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ໃຫ້​ພວກ​ເຮົາ​ແກ້​ໄຂ​ສິ່ງ​ທີ່​ຍັງ​​ຄົງ​ຄ້າງ​ເພື່ອ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສືບ​ຕໍ່​ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ