ສສຊສະເໜີ:ຄວນມີນະໂຍບາຍໜູນຊ່ວຍເໝາະສົມກັບແຕ່ລະເປົ້າໝາຍທຸກຍາກ

(vovworld) – ທີ່​ວາລະ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 7/6, ບັນດາ ສສຊ ຕີ​ລາຄາ​ສູງປະ​ສິດທິຜົນ​ຂອງ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ໄລຍະ 2005 – 2012 ດ້ວຍ​ອັດ​ຕາ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ໃນ​ແຕ່ລະ​ປີ​ແຕ່ 2,3 – 2,5%. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ ສສຊ ກໍ່​ຖື​ວ່າ: ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ ພວມ​ຕ້ອງ​ປະ​ເຊີ​ນໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃຫຍ່​ຄື: ​ໄພ​ກັບ​ຄືນ​ສູ່​ສະພາບ​ທຸກ​ຍາກ​ສູງ, ຄວາມ​ຜິດ​ດ່ຽງລະຫວ່າງຄວາມ​ຮັ່ງມີ - ທຸກ​ຍາກ​ມີ​ໄພ​​ເພີ່ມ​ຂຶ້ນ..​​. ທ່ານ​ນາງ ​ໂງ​ທິມິ​ງ, ສສຊ ​ແຂວງ ກວາງ​ນິງ, ຍົກ​ອອກ​ຄຳ​ເຫັນ​ວ່າ:

    “ຜູ້​ມິ​ສິດ​ເລືອກ​ຕັ້ງ​ປາດ​ຖະໜາ​ໃຫ້​ລັດຖະບານ​ຄວນ​ຈຳ​ແນ​ກບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ຄົນ​ທຸກ​ຍາກ. ນະ​ໂຍບາຍ​ຄວນ​ໜູນ​ຊ່ວຍ​ໃຫ້​ຄອບຄົວ​ທຸກ​ຍາກ ​ແລະ ຄົນ​ທຸກ​ຍາກ ຍ້ອນ​​ເຂົາ​ເຈົ້າ​ບໍ່​ສາມາດ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ໄດ້. ບັນດາກໍລະນີ​ອື່ນ​, ນະ​ໂຍບາຍ​ຂອງ​ລັດຖະບານ​ຄວນ​ໜູນ​ຊ່ວຍ​ໃນ​ເວລາ​ກຳນົດ ​ແລະ ມີ​ເງື່ອນ​ໄຂ​ລະອຽດ​ເພື່ອ​ໃຫ້​ຄົນ​ທຸກ​ຍາກ ​ແລະ ຄອບຄົວ​ທຸກ​ຍາກ​ຕ້ອງ​ປະຕິບັດ..​​ ບັນດາ​ນະ​ໂຍບາຍ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ຄວນ​ສົ່ງ​ເສີມ​ເຈດ​ຈຳນົງ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ.”

ສສຊສະເໜີ:ຄວນມີນະໂຍບາຍໜູນຊ່ວຍເໝາະສົມກັບແຕ່ລະເປົ້າໝາຍທຸກຍາກ - ảnh 1
ທ່ານ ຫວໍ​ກີ​ມກື້, ສສຊ ​ແຂ​ວງ ຮ່າ​ຕິ້ງ

ສສຊ ຫຼາຍ​ທ່ານ​ໄດ້​ສະ​ເໜີ​ຄວນ​ມີ​ບັນດາ​ກົນ​ໄກ​ເພື່ອ​ແກ້​ໄຂ​ບັນຫາ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ບັນດາ​ທ້ອງ​ຖີ່​ນ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ກະສິກຳ. ທ່ານ ຫວໍ​ກີ​ມກື້, ສສຊ ​ແຂ​ວງ ຮ່າ​ຕິ້ງ, ຍົກ​ອອກ​ຄຳ​ເຫັນ​ວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​​ເປີດ​ກ້ວາງບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ ​ໃນ​ຂົງ​ເຂດກະສິກຳ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ນຳ​ໃຊ້ເປັນ​ພື້ນຖານ​ໃນ​ຂອດ​ແນວ​ພັນ, ​ເຕັກ​ໂນ​ໂລ​ຢີ​ໃໝ່, ປຸງ​ແຕ່ງ ​ແລະ ຈຳໜ່າຍຜະລິດ​ຕະພັນ. ​ເລື່ອງ​ໜູນ​ຊ່ວຍ​ນີ້​ແມ່ນ​ໜູນ​ຊ່ວຍ​ໃຫ້​ແກ່​ປະຊາຊົນ”


ຂ່າວ/ບົດ​ອື່ນ