ສະຖານທູດຫວຽດນາມປະຈຳເມັກຊີໂກສະເຫຼີມສະຫຼອງ 23 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ

(VOVWORLD) -ວັນທີ 02 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 23 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ (28 ກໍລະກົດ 1995 – 21 ກໍລະກົດ 2018)

ສະຖານທູດຫວຽດນາມປະຈຳເມັກຊີໂກສະເຫຼີມສະຫຼອງ 23 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ - ảnh 1 ສະຖານທູດຫວຽດນາມປະຈຳເມັກຊີໂກສະເຫຼີມສະຫຼອງ 23 ປີ

ແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ

(ພາບ: TTXVN)

ສະຖານທູດຫວຽດນາມ ປະຈຳເມັກຊີໂກ ໄດ້ຈັດການພົບປະກັບບັນດາເອກເອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳເມັກຊີໂກ ລວມມີ: ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ໄທ ແລະ ຫວຽດນາມ, ພ້ອມກັບຜູ້ຕາງໜ້າກະຊວງການຕ່າງປະເທດເມັກຊີໂກ.

        ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ ຫງວຽນຮ່ວາຍເຢືອງ ຢືນຢັນວ່າ, ກວ່າ 2 ທົດສະວັດຜ່ານມາ, ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຕັ້ງໜ້າຫຼາຍຢ່າງເຂົ້າໃນການເຄື່ອນໄຫວ, ຊຸກຍູ້ການເປີດກວ້າງອາຊຽນ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ຫວຽດນາມ ພວມຕັ້ງໜ້າ ພ້ອມກັນບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມການສ້າງວິໄສທັດປະຊາຄົມອາຊຽນ, ດ້ວຍເປົ້າໝາຍເຮັດໃຫ້ການເຊື່ອມຕໍ່ອາຊຽນ ໃຫ້ເລິກເຊິ່ງ, ກວ້າງຂວາງກວ່າ ບົນເສັ້ນທາງເຊື່ອມໂຍງ ແລະ ເຈລະຈາ.

        ສ່ວນບັນດາເອກອັກຄະລັດຖະທູດ, ອຸປະທູດຂອງ ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ໄທ ປາດຖະໜາວ່າ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກໃນການສ້າງຊາຍຄາລວມອາຊຽນ ໃຫ້ມີສັນຕິພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ