ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ປຶກສາຫາລືກ່ຽວກັບ ສະພາບການຢູ່ຕາເວັນອອກກາງ

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ປຶກສາຫາລືກ່ຽວກັບ ສະພາບການຢູ່ຕາເວັນອອກກາງ - ảnh 1
ທ່ານ Oscar Fenandez Taranco, ຮອງ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ
(ພາບອີນເຕີແນດ)


(vovworld) - ວັນ​ທີ 20 ສິງຫາ, ຢູ່​ສຳນັກງານ​ທີ່ນິວຢອກ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​​ເປີດ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ​ໃນ​ສະພາບ​ທີ່​ນັບ​ມື້​ນັບ​ມີ​ການ​ຜັນ​ແປ່​ຢ່າງສັບສົນ ຢູ່​ບາງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້, ພິ​ເສດ​ແມ່ນ​ຢູ່ອີ​ຢີບ ​ແລະ ຊີຣີ, ອັນ​ໄດ້​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ​ສະຖຽນ​ລະ​ພາບ​ໃນ​ທົ່ວ​​ເຂດ. ທ່ານ Oscar Fenandez Taranco, ຮອງ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຜູ້​ຮັບຜິດຊອບ​ດ້ານ​ການ​ເມືອງ ​ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ ຖ້າ​ວິ​ກິດ​ການ​ຢູ່ 2 ປະ​ເທ​ດນີ້​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິ​ທີໂດຍໄວ, ອາດ​ຈະ​ກໍ່​ໃຫ້​ເກີດ​ບັນດາ​ຜົນ​ສະທ້ອນ​ບໍ່​ດີ​ເຖິງທົ່ວ​ເຂດ.

        ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ, ທ່ານ Fenandez Taranco ​ໃຫ້​ຮູ້​ວ່າ ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ຢູ່​ນີ້ ຍັງ​ບໍ່​ທັນ​ມີ​ສັນຍານ​ຫຼຸ​ດລົງ. ປະຈຸ​ບັນ​ມີ​ປະຊາຊົນ​ຊີຣີ ​ເກືອບ 7 ລ້ານ​ຄົນ ຈຳ​ເປັນຕ້ອງ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ມະນຸດ​ສະຖຳຢ່າງ​ຮີບ​ດ່ວນ. ທ່າ​ນ Fenandez Taranco ຢືນ​ຢັນວ່າ ການ​ທະຫານ​ບໍ່​ແມ່ນ​ມາດ​ຕະການ​ແກ້​ໄຂ​ໃຫ້​ແກ່​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ​ຢູ່​ຊີຣີ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຕ້ອງ​ເຂົ້າ​ຮ່ວມ​ການ​ເຈລະຈາ, ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ສັນຕິພາບ ​ແລະ ຜັນ​ຂະຫຍາຍ​ວິວັດ​ການປອງ​ດອງ​ຊາດ. ກ່ຽວ​ກັບ​ສະພາບ​ການ​ຢູ່​ອີ​ຢີບ, ທ່ານ Fenandez Taranco ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ຜັນ​ແປ່​ທີ່​ນອງ​ເລືອດ​ລ້າ​ສຸດ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ ​ນີ້, ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຕ້ອງ​ຊອກ​ຫາມາດ​ຕະການ​ແກ້​ໄຂ​ໂດຍ​ໄວ ບົນ​ພື້ນຖານ​ຢຸດຕິ​ການ​ນຳ​ໃຊ້​ກຳລັງ​ອາວຸດ​ຕ້ານ​ສາມັນ​ຊົນ. ​ເມື່ອ​ເຕື້ອງ​ເຖິງ​ການ​ເຈລະຈາ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ, ທ່ານ Fenandez Taranco ​ເນັ້ນ​ໜັກ​ວ່າ, ຖ້າ​ຫາກ 2 ຝ່າຍ​ແກ້​ໄຂ​ໄດ້​ຄວາມ​ບໍ່​ລົງ​ລອຍ​ກັນ ຈະ​ຊຸກຍູ້​ເລື່ອງ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ອື່ນໆ​ຢູ່​ຕາ​ເວັນ​ອອກ​ກາງ​ ນີ້.

ຂ່າວ/ບົດ​ອື່ນ