ສະພາ​ຕໍ່າ ອາ​ເມ​ລິ​ກາ ປະກາດ​ຮ່າງ​ບົດ​ລາຍ​ງານ ສືບສວນ​, ​ພິຈາລະນາ​ໂທດ​ຂອງ​ທ່ານ​ປະທານາທິບໍດີ Donald Trump

(VOVWORLD) -   ວັນທີ 3 ທັນວາ, ຄະນະກໍາມະການສືບລາຊະການລັບ ສະພາຕໍ່າ ອາເມລິກາ ປະກາດຮ່າງບົດລາຍງານສືບສວນ, ພິຈາລະນາໂທດຂອງທ່ານປະທານາທິບໍດີ Donald Trump, ໃນນັ້ນໄດ້ລະບຸຫຼັກຖານຢ່າງຈະແຈ້ງວ່າ ການນໍາ ອາເມລິກາ ໄດ້ມີການກະທໍາຜິດ ແລະ ກີດຂວາງສະພາແຫ່ງຊາດ. ຖ້າຫາກບົດລາຍການດັ່ງກ່າວໄດ້ຮັບການຮັບຮອງເອົານັ້ນ ຈະແມ່ນພື້ນຖານໃຫ້ແກ່ບໍ່ວ່າຄວາມມານະພະຍາຍາມໃດໆ ເພື່ອພິຈາລະນາໂທດຂອງທ່ານ Donald Trump.

        ຮ່າງບົດລາຍງານດັ່ງກ່າວໃຫ້ຮູ້ວ່າ ທ່ານ Donald Trump ນໍາໃຊ້ການຊ່ວຍເຫຼືອຂອງກອງທັບ ອາເມລິກາ ເພື່ອກໍ່ກໍາລັງດັນຕໍ່ທ່ານປະທານາທິບໍດີ ຢູແກຼນ, ແນໃສ່ສືບສວນຜູ້ສະໝັກເລືອກຕັ້ງ Joe Biden ແລະ ລູກຊາຍຂອງທ່ານ Joe Biden, ຜ່ານນັ້ນ ນໍາມາເຊິ່ງຜົນປະໂຫຍດດ້ານການເມືອງໃຫ້ທ່ານ Donald Trump. ນອກຈາກນັ້ນ, ທ່ານ Donald Trump ໄດ້ຫາວິທີກີດຂວາງການສືບສວນຂອງ ສະພາຕໍ່າ ອາເມລິກາ, ປະຕິເສດການສະໜອງຫຼັກຖານ, ສະກັດກັ້ນການປະກົດຕົວຂອງຕົວພະຍານ. ທ່ານປະທານຄະນະກໍາມະການສືບລາຊະການລັບ ສະພາຕໍ່າ ອາເມລິກາ ໃຫ້ຮູ້ຕື່ມອີກວ່າ ອາດຈະມີຫຼັກຖານໃຫ້ເປັນວ່າ ບັນດາສະມາຊິກສະພາຕໍ່່າ ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວຜິດກົດໝາຍຂອງທ່ານ Donald Trump.

        ຕໍ່ໜ້າສະພາບການດັ່ງກ່າວ, ທໍານຽບຂາວ ຍັງສືບຕໍ່ປະຕິເສດບົດລາຍງານຂອງຄະນະກໍາມະການສືບລາຊະການລັບ ສະພາຕໍ່າ ອາເມລິກາ, ພ້ອມທັງຢັ້ງຢືນວ່າ ທ່ານປະທານາທິບໍດີ Donald Trump ບໍ່ມີການກະທໍາຜິດແຕ່ຢ່າງໃດ.

        ຟ້າມຮວນ, ນັກຂ່າວ VOV ປະຈໍາ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ